ພົບພະພຸດທະຮູບທີ່ມີອາຍຸຫຼາຍກ່ວາ 700 ປີ ຢູ່ເຂດບ້ານເມືອງໝໍ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ໃນເວລາ 11 ໂມງ 58 ນາທີ ຂອງວັນທີ 13 ພະຈິກ ປີ 2017 ນີ້, ທ້າວ ໂກມິນ ພິມພອນ ອາຍຸ 27 ປີ ປະຊາຊົນ ບ້ານເມືອງໝໍ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ ໄດ້ພົບເຫັນພະພຸດທະຮູບເກົ່າອົງໜຶ່ງ ຢູ່ເດີ່ນຫຍ້າລ້ຽງສັດຂອງທ່ານ ຫຸມພັນ ສອນສຸພາບ ນັກທຸລະກິດ ບ້ານເມືອງໝໍ.
ຕາມການບອກເລົ່າຂອງທ່ານ ຫຸມພັນ ສອນສຸພາບ ເຊິ່ງເປັນເຈົ້າຂອງເດີ່ນຫຍ້າດັ່ງກ່າວໃຫ້ຮູ້ວ່າ: ໄດ້ຊື້ດິນສວນແຫ່ງນີ້ຈາກພໍ່ຕູ້ ທິດປັນ ຫຼື ສອງເມືອງ ເພື່ອເຮັດເປັນເດີ່ນຫຍ້າລ້ຽງສັດ ຢູ່ຕິດກັບແຄມນໍ້າເຫືອງ, ມີເນື້ອທີ່ 2 ເຮັກຕາກວ່າ ແລະ ໃຫ້ທ້າວ ໂກມິນ ຜູ້ເປັນຫຼານ ຊ່ວຍລ້ຽງງົວຢູ່ເດີ່ນນີ້. ທ່ານ ຫຸມພັນ ໄດ້ເລົ່າຕໍ່ໄປວ່າ: ຕອນສວຍມື້ພົບພະພຸດທະຮູບ ທ້າວ ໂກມິນ ໄດ້ໂທຫາວ່າເຫັນພະພຸດທະຮູບ ຈາກນັ້ນ ທ່ານ ຫຸມພັນ ໄດ້ແຈ້ງໄປຫາອຳນາດການປົກຄອງບ້ານເມືອງໝໍ ເພື່ອລາຍງານຕໍ່ໃຫ້ທາງເມືອງຮັບຮູ້ ຈາກນັ້ນ ທາງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ລົງໄປຕິດຕາມກວດກາເບິ່ງຕົວຈິງ ແລະ ໄດ້ພົບພະພຸດທະຮູບດັ່ງກ່າວ ຢູ່ໃນລວງນອນ ກາງເດີ່ນຫຍ້າ ທີ່ເປັນໂພນນ້ອຍອ້ອມຮອບມີກ້ອນດິນຈີ່ເກົ່າຈໍານວນຫຼາຍ. ຕາມການບອກເລົ່າສືບຕໍ່່ກັນມາຂອງເຖົ້າແກ່ຫຼາຍຄົນໃຫ້ຮູ້ວ່າ: ບໍລິເວນດັ່ງກ່າວເປັນທີ່ຕັ້ງຂອງວັດເກົ່າໃນຫຼາຍຮ້ອຍປີກ່ອນ. ສັນນິຖານວ່າ ບ່ອນທີ່ພົບພະພຸດທະຮູບອາດຈະເປັນສິມນໍ້າ. ພາຍຫຼັງທີ່ພົບເຫັນ ທາງພະສົງ ແລະ ເຖົ້າແກ່ແນວໂຮມບ້ານເມືອງໝໍ ໄດ້ເຮັດພິທີ ອັງເຊີນພະພຸດທະຮູບອົງດັ່ງກ່າວໄປວັດບ້ານເມືອງໝໍຊົ່ວຄາວ.
ພະພຸດທະຮູບອົງນີ້ ເປັນໂລຫະຄ້າຍຄືທອງເຫຼືອງ ມີຖານກ້ວາງ 19 ຊັງຕີແມັດ, ສູງ 31 ຊັງຕີແມັດ, ໜ້າຕັກ 15 ຊັງຕີແມັດ, ນໍ້າໜັກ 4 ກິໂລ. ສັນນິຖານເບື້ອງຕົ້ນ ພະພຸດທະຮູບອົງດັ່ງກ່າວອາດມີອາຍຸຫຼາຍກ່ວາ 700 ປີ.
ຂອບໃຈພາບ ແລະ ຂໍ້ມູນຈາກ: ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ເມືອງແກ່ນທ້າວ, ແຂວງໄຊຍະບູລີ.
Editor: ຕະວັນ ແສງສະຫວັນ