ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3817/ກປ, ລົງວັນທີ 17 ສິງຫາ 2017. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຄຳປ່າແໜ ແລະ ບ້ານ ປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ ແລະ ເພື່ອເປັນການຊຸກຍູ້ຕິດຕາມຄວາມຄືບໜ້າຂອງໂຄງການໃນແຕ່ລະໄລຍະ. ສະນັ້ນ, ໃນວັນທີ 14 ພະຈິກ 2017 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະ ນະ ໄດ້ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ.
ປະຊາຊົນສ່ວນຫຼາຍໃນບ້ານ ແມ່ນເປັນຊົນເຜົ່າກະຕາງ, ຖືສາສະໜາພຸດ, ເຮັດນາປູກເຂົ້າເປັນອາຊີບ ແລະ ຖືເອົາການປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ. ໃນໄລຍະຜ່ານມາຍ້ອນຄວາມທຸກຍາກຂາດເຂີນ, ຂາດເຂົ້າກິນ,ຂາດເຂີນທາງດ້ານເສດຖະກິດ, ບໍ່ມີເນື້ອທີ່ນາທຳການຜະລິດ, ເຮັດນາບໍ່ກຸ້ມກິນ (ເຂົ້າບໍ່ກຸ້ມກິນ) ຈຶ່ງມີຄອບຄົວຈຳນວນໜຶ່ງມີແນວຄິດເອື້ອອິງອາໃສສັງຄົມ (ຂໍທານເປັນອາຊີບ). ໃນໄລຍະຜ່ານມາການນຳຂັ້ນເມືອງກໍ່ໄດ້ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນຕະຫຼອດມາ ແຕ່ກໍ່ບໍ່ສາມາດລຶບລ້າງຄວາມທຸກຍາກໃຫ້ໝົດໄປໄດ້ ພຽງແຕ່ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງ.
ມາຮອດທ້າຍປີ 2015 ການນຳເມືອງຈຳພອນ ແລະ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມໂລມາຄຳ ຈຶ່ງໄດ້ເຊັນບົດບັນທຶກຮ່ວມກັນ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນສອງບ້ານ. ໃນເບື້ອງຕົ້ນ ທ່ານ ເກຍ ອູ໋ສິດທິເດດ ໄດ້ນຳພາປະຊາຊົນປູກຜັກ, ເຈາະສ້າງບາດານ, ບຸກເບີກເນື້ອທີ່ນາ, ປຸກສາງເກັບມ້ຽນເຂົ້າ, ຊື້ໂຮງສີເຂົ້າ, ນຳພາລ້ຽງສັດ (ໝູ, ແບ້ ແລະ ສັດປີກ), ເຮັດຝາຍເກັບນ້ຳຂະໜາດນ້ອຍ, ສ້າງໜອງລ້ຽງປາ ແລະ ບຸກເບີກເນື້ອທີ່ນາໃຫ້ປະຊາຊົນ.
ໃນໂອກາດດຽວກັນນີ້ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ຊຸກຍູ້ກິດຈະກຳຂອງປະຊົນ ເຊັ່ນ: ການປູກຜັກ, ການລ້ຽງປາ, ການລ້ຽງໄກ່ພັນໄຂ່, ການລ້ຽງໝູ, ການລ້ຽງແບ້, ການລ້ຽງກົບ, ການລ້ຽງສັດປີກ, ການບຸກເບີກພື້ນທີ່ທຳການຜະລິດ ແລະ ການໄຖກົບຕໍເຟືອງເພື່ອເປັນການປັບປຸງດິນ. ມາຮອດປັດຈຸບັນ ຍ້ອນຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ກໍ່ຄືການຳກະຊວງກະສິກຳ ແລະ ປ່າໄມ້, ການນຳແຂວງ, ການນຳເມືອງ ແລະ ທ່ານ ເກຍ ອູ໋ສິດທິເດດ ຈຶ່ງເຮັດໃຫ້ປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານປ່າກ້ວຍ ມີຊີວິດການເປັນຢູ່ທີ່ດີຂຶ້ນ ຈາກເມື່ອກ່ອນທີ່ບໍ່ມີຫຍັງ ແຕ່ມາດຽວນີ້ມີນາ, ສວນຜັກ ແລະ ສັດລ້ຽງເປັນຂອງຕົນເອງ ສາມາດສ້າງລາຍຮັບໃຫ້ຄອບຄົວເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ມັນໄດ້ເຮັດໃຫ້ຫຼາຍຄອບຄອບຢຸດຕິຄວາມຄິດເອື້ອອິງສັງຄົມ (ຂໍທານເປັນອາຊີບ) ຫັນມາເຮັດອາຊີບໝັ້ນຄົງ ທີ່ສາມາດເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ ຈົນກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ.
ຂອບໃຈພາບຈາກ: ຢູ່ນາສະຕູດີໂອ
Editor: ຕະວັນ ແສງສະຫວັນ