ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ ຕອບຮັບນະໂຍບາຍການປະຫຍັດພະລັງງານ ສົ່ງຍົນຕະກຳຄຸນນະພາບລະດັບໂລກ ກັບລົດຍົນນັ່ງອະເໜກປະສົງລະດັບຫຼູ ລຸ້ນໃໝ່ຫຼ້າສຸດ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ແລະ ລົດກະບະ “ອີຊູຊຸດີແມັກ ບລູພາວເວີ” ຮ່ວມວາງສະແດງໃນງານ ສະແດງລົດນານາຊາດ ວຽງຈັນ ເອັກໂປຣ 2017 ” ທີ່ ສູນການຄ້າລາວ-ໄອເຕັກ ວັນທີ 10-18 ພະຈິກ 2017 ມະໂຫລານຍານຍົນລະດັບພາກພື້ນອາຊຽນແບບຄົບວົງຈອນ ຂອງ ສປປ ລາວ ຄັ້ງທີ 2 ເພື່ອຄອງໃຈຜູ້ໃຊ້ລົດຊາວລາວຢ່າງຕໍ່ເນື່ອງດ້ວຍ ລົດຍົນຄຸນນະພາບຊັ້ນນໍາ
ກຸ່ມຕຣີເພັດ ຫ້ອງການຜູ້ຕາງໜ້າ ນະຄອນຫຼວງວຽງຈັນ ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ ຜູ້ຈັດຈຳໜ່າຍລົດກະບະອີຊູຊຸ ດີແມັກ ແລະ ລົດຍົນນັ່ງອະເໜກປະສົງອີຊູຊຸມິວ-ເອັກ ຢ່າງເປັນທາງການໃນ ສປປ ລາວ ກ່າວວ່າ “ຈາກກະແສຕອບຮັບອັນດີຍິ່ງຂອງຜູ້ໃຊ້ລົດຊາວລາວ ທີ່ໝັ້ນໃຈເລືອກຊື້ລົດອີຊູຊຸໃນງານ “ວຽງຈັນ ອິນເຕີເນຊັ່ນແນວ ມໍເຕີ ເອັກໂປ” ປີແລ້ວນີ້ ເຮັດໃຫ້ໃນປີນີ້ ອີຊູຊຸ ໄດ້ເພີ່ມສີສັນຄວາມບັນເທີງ ແລະ ຄວາມຄຸ້ມຄ່າໃຫ້ແກ່ ຜູ້ເຂົ້າຊົມງານຫຼາຍຍິ່ງຂຶ້ນ ໂດຍຂົນທັບລົດອີຊູຊຸ ລຸ້ນຍອດນິຍົມມາຈັດສະແດງ ເຖິງ 3 ລຸ້ນ ຄື: ລົດຍົນນັ່ງອະເໜກປະສົງ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ”, ລົດກະບະ “ອີຊູຊຸດີແມັກ ວີ-ຄອດສ໌ 4x4 ລຸ້ນພິເສດ!” ແລະ ລົດກະບະ “ອີຊູຊຸດີແມັກ ບລູພາວເວີ ແຄັບໂຟ” ຮ່ວມຈັດສະແດງພາຍໃຕ້ແນວຄິດຫຼັກ ຂອງງານ ຄື: ປະຫຍັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ, ເຊິ່ງ ອີຊູຊຸ ຖືເປັນຕົ້ນສະບັບໃນການຄິດຄົ້ນ ແລະ ພັດທະນາເທັກໂນໂລຊີ ເຄື່ອງຈັກກາຊວນ “ອີຊູຊຸ ດີດີໄອ ບລູພາວເວີ” ທີ່ໃຫ້ຂຸມພະລັງ ແຮງຈັດ ສະມັດຖະພາບສູງ ທົນທານ ແລະ ປະຫຍັດນ້ຳມັນສູງສຸດ ໂດຍໄດ້ຮັບການຍອມຮັບຈາກທົ່ວໂລກມາໂດຍຕະຫຼອດໃນຖານະຜູ້ຜະລິດເຄື່ອງຈັກກາຊວນລະດັບໂລກ ຈົນມີຍອດຜະລິດລວມກັນແລ້ວກວ່າ 25 ລ້ານເຄື່ອງ ທົ່ວໂລກ, ພ້ອມກັນນີ້ ອີຊູຊຸໄດ້ຈັດກຽມລົດອີຊູຊຸບລູພາວເວີ ໄວ້ໃຫ້ທົດລອງຂັບ ແລະ ແຄມເປນທາງການເງິນສຸດພິເສດ ພ້ອມກິດຈະກຳ ແລະ ຂອງລາງວັນຢ່າງຫຼວງຫຼາຍພາຍໃນງານ” “ເດິ ນິວ ອີຊູຊຸ ມິວ-ເອັກ ບລູພາວເວີ” ລົດຍົນນັ່ງອະເໜກປະສົງລະດັບຫຼູລຸ້ນໃໝ່ ຕອບສະໜອງທຸກການໃຊ້ງານພາຍໃຕ້ແນວຄິດ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ: ຄືຄຳຕອບ...ຂອງທຸກຢ່າງ”
“ອີຊູຊຸດີແມັກ ວີ-ຄອດສ໌ 4x4 ລຸ້ນພິເສດ!” ສຸດຍອດກະບະຂັບເຄື່ອນ 4 ລໍ້ ສະປອດອ໋ອບໂຣດໂຕຈິງ ແຮງຈັດດ້ວຍເຄື່ອງຈັກອີຊູຊຸ 3.0 ດີດີໄອ ບລູພາວເວີີ ໃຫ້ກຳລັງແຮງມ້າ ແລະ ແຮງບິດສູງ ແລະ ປະຫຍັດນ້ຳມັນຍອດຍ້ຽມ ປັບໂສມດ້ວຍຊຸດແຕ່ງພິເສດແບບໃໝ່ 5 ຈຸດ - ຊຸດເສີມກັນຊົນໜ້າ ສີເທົາ ໂດດເດັ່ນບໍ່ຄືໃຜ ຮາວຫຼັງຄາໂທນເທົາດຳ ສະປອດເຂັ້ມມີລະດັບ ຂັ້ນໄດຂ້າງ ສີດຳ ແຂງແກ່ງ ບຶກບືນ ເສົາຂ້າງປະຕູສີເທົາດຳ ເຕັມອາລົມສະປອດ ແລະ ຊຸດແຕ່ງກະບະທ້າຍ ເຕີມເຕັມມິຕິໂຕລົດ ສະປອດເໜືອຊັ້ນ ຕອບໂຈດຄົນລຸ້ນໃໝ່ທີ່ມັກຊີວິດອິດສະຫຼະ ໄຮ້ຂີດຈຳກັດ ທ່ອງທ່ຽວຜະຈົນໄພ ພ້ອມລຸຍໄປໄດ້ທຸກສະພາບເສັ້ນທາງ ກັບລະບົບຊ່ວງລ່າງເກາະຖະໜົນຍອດຍ້ຽມ ທີ່ເໝາະສົມຢ່າງຍິ່ງກັບສະພາບພູມິປະເທດຂອງລາວ ເຮັດໃຫ້ທ່ານໝັ້ນໃຈໄດ້ວ່າ ບໍ່ວ່າຈະເປັນເສັ້ນທາງຈະຍາກລຳບາກຂະໜາດໃດ “ອີຊູຊຸດີແມັກ ວີ-ຄອດສ໌ 4x4 ລຸ້ນພິເສດ!” ກໍ່ສາມາດລຸຍໄປໄດ້ຢ່າງງ່າຍດາຍ ຈຳໜ່າຍລາຄາ 360 ລ້ານກີບ ໃນຈໍານວນຈໍາກັດເທົ່ານັ້ນ.
“ອີຊູຊຸດີແມັກ ບລູພາວເວີ ແຄັບໂຟ” ລົດກະບະ 4 ປະຕູ ຂັບເຄື່ອນ 2 ລໍ້ ໃຫ້ທ່ານສະດວກສະບາຍທຸກການຂັບຂີ່
ອີຊູຊຸໄດ້ຈັດແຄມເປນສຸດພິເສດສຳລັບລູກຄ້າທີ່ຊື້ລົດ “ອີຊູຊຸ ບລູພາວເວີ” ທຸກລຸ້ນ ພາຍໃນງານບໍ່ວ່າຈະເປັນການຊື້ສົດ ຫຼື ຜ່ອນ ກໍ່ໄດ້ຮັບຂໍ້ສະເໜີສຸດພິເສດກັັນຢ່າງຈຸໃຈ ດັ່ງນີ້
ສຳລັບລູກຄ້າຈ່າຍສົດ ຮັບສ່ວນຫຼຸດພິເສດສຸດທັນທີ
• ຮັບສ່ວນຫຼຸດ 25 ລ້ານກີບ ເມື່ອຊື້ລົດຍົນນັ່ງອະເໜກປະສົງ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ”
• ຮັບສ່ວນຫຼຸດ 20 ລ້ານກີບ ເມື່ອຊື້ລົດກະບະ “ອີຊູຊຸດີແມັກ ບລູພາວເວີ”
ສຳລັບລູກຄ້າຈ່າຍຜ່ອນ ຮັບທັງແຄມເປັນການເງິນສຸດພິເສດ ແລະ ສ່ວນຫຼຸດພິເສດສຸດ
• ຜ່ອນເລີ່ມຕົ້ນພຽງ 1.9 ລ້ານກີບ/ເດືອນ ດອກເບ້ຍເລີ່ມຕົ້ນພຽງ 0.29%
ພ້ອມຜ່ອນຍາວສູງສຸດ 84 ເດືອນ
• ຮັບສ່ວນຫຼຸດ 16.5 ລ້ານກີບ ເມື່ອຊື້ລົດຍົນນັ່ງອະເໜກປະສົງ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ”
• ຮັບສ່ວນຫຼຸດ 12 ລ້ານກີບ ເມື່ອຊື້ລົດກະບະ “ອີຊູຊຸດີແມັກ ບລູພາວເວີ”
ແລະ ສຳລັບລູກຄ້າທີ່ຊື້ລົດ “ອີຊູຊຸ ບລູພາວເວີ” ທຸກລຸ້ນພາຍໃນງານ ມີສິດຊິງຮັບລາງວັນເຄື່ອງໃຊ້ໄຟຟ້າຢ່າງຫຼວງຫຼາຍ ເພີ່ມຕຶ່ມ ຄື: ລົດຈັກ ຫຼື ໂທລະສັບມືຖື ຫຼື ຕູ້ເຢັນ ຫຼື ຈັກຊັກເຄື່ອງ…ພາດບໍ່ໄດ້!! ກັບຂໍ້ສະເໜີດີໆ ແບບນີ້ຈາກອີຊູຊຸ ໃນງານ “ວຽງຈັນ ອິນເຕີ ເນຊັ່ນແນວ ມໍເຕີ ເອັກໂປ 2017” ຢູ່ທີ່ ສູນການຄ້າລາວ-ໄອເຕັກ ວັນທີ 10-18 ພະຈິກ 2017 ເທົ່ານັ້ນ.
Editor: ກຳປານາດ ລັດຖະເຮົ້າ