ສູນສະກັດກັ້ນຄວາມປອດໄພ ແລະ ເຫດສຸກເສີນທາງດ້ານໄຊເບີ້ ໄດ້ຈັດ ພິທີເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືລະຫວ່າງ 3 ຝ່າຍຄື: ລາວເຊີດ, ບໍລິສັດດາຕ້າຄອມ ຈໍາກັດ ແລະ ບໍລິສັດ ພລັອດຄູລິດ ເທັກໂນໂລຊີ ປະເທດສິງກະໂປ. ຈຸດປະສົງແມ່ນເພື່ອເປີດບໍລິການຈັດຫຼັກສູດ ຝຶກອົບຮົມທາງດ້ານເຕັກນິກຄວາມປອດໄພທາງດ້ານໄຊເບີ້ ຂັ້ນສູງຢູ່ ສປປລາວ ໂດຍແນໃສ່ໃຫ້ບໍລິການສັງຄົມທົ່ວໄປ ພ້ອມທັງເປັນການພັດທະນາຂັບພະຍາກອນມະນຸດ ກໍຄື ສົ່ງເສີມບຸກຄະລາກອນຂອງພາກລັດ ແລະ ພາກເອກກະຊົນ ໃຫ້ມີໂອກາດ ໃນການຍົກລະດັບຄວາມຮູ້ - ຄວາມສາມາດ ໃນວຽກງານຄວາມປອດໄພ ທາງດ້ານໄຊເບີ້ໃຫ້ຫລາຍຂື້ນ.
ໃນປະຈຸບັນໄພຄຸກຄາມທາງດ້ານໄຊເບີ້ ກໍ່ເປັນອີກບັນຫານຶ່ງທີ່ບໍ່ຄວາມເບິ່ງຂ້າມ ໃນໄລຍະຜ່ານຜ່ານ ໃນພາກພື້ນ ກໍຄື ໃນໂລກແມ່ນໄດ້ໃຫ້ຄວາມສໍາຄັນຫຼາຍ ຕໍ່ ວຽກງານດັ່ງກ່າວ ດັ່ງນັ້ນການປ້ອງກັນ ຫຼືສ້າງຄວາມປອດໄພທາງດ້ານໄຊເບີ້ ຖືວ່າເປັນສິ່ງ ທີ່ຈໍາເປັນໃນປະຈຸບັນ, ສະນັ້ນທາງສູນສະກັດກັ້ນຄວາມປອດໄພ ແລະ ເຫດສຸກເສີນທາງດ້ານໄຊເບີ້ ຈຶ່ງໄດ້ໃຫ້ມີການຮ່ວມມືລະຫວ່າງ 3 ຝ່າຍຂື້ນ. ແລະ ໃນພິທີດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 10 ພະຈິກ 2017 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າລົງນາມ ຈາກ 3 ຝ່າຍ
ທ່ານ ທະນົງສີນ ກັນລະຍາ ກ່າວວ່າ: ການຮ່ວມມືຄັ້ງນີ້ແມ່ນເປັນໂອກາດດີ ໃນການພັດທະນາ ບຸກຄະລາກອນ ທັງພາກລັດ ແລະ ເອກກະຊົນຂອງ ສປປ ລາວ ໃຫ້ຮູ້ທັນ ວິທີປ້ອງກັນ ແລະ ແກ້ໄຂໄພທາງດ້ານໄຊເບີ້. ຊ່ວຍໃນການພັດທະນາວຽກງານງານ ໄອຊີທີ ຕາມທິດຊີ້ນໍາຂອງ ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານ ກໍ່ຄື ການພັດທະນາເສດທະກິດ - ສັງຄົມ ໃຫ້ຈະເລີນ - ຮຸ່ງເຮືອງ, ຫັນສູ່ຄວາມທັນສະໄໝ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.
Editor: ກຳປານາດ ລັດຖະເຮົ້າ