ເມື່ອບໍ່ດົນນີ້, ຫ້ອງການກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ເມືອງຄຳ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍນ້ຳຊົນລະປະທານ, ວັນປູກພືດລະດູແລ້ງ ແລະ ວັນສັກຢາກັນພະຍາດສັດແຫ່ງຊາດ ຂື້ນທີ່ບ້ານຊຽງກ່ຽວ, ເມືອງຄຳ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຄຳ, ມີ ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຄໍາແຝງ ລໍບຸນອວກ ເລຂາພັກບ້ານ ນາຍບ້ານ-ບ້ານຊຽງກ່ຽວ, ມີພະນັກງານລັດຖະ ກອນພະແນກ, ຫ້ອງການທີ່ກ່ຽວຂ້ອງພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດກໍ່ໄດ້ຂື້ນລາຍງານໂດຍຫຍໍ້ໃຫ້ຮູ້ວ່າ: ວຽກງານຊົນລະປະທານ, ປູກພືດລະດູແລ້ງ ແລະ ສັກຢາກັນພະ ຍາດສັດ ໂດຍອີງຕາມກົດໝາຍວ່າດ້ວຍຊົນລະປະທານໄດ້ລະບຸໄວ້ໃນມາດຕາ 77 ວ່າດ້ວຍການກຳນົດ ເອົາວັນທີ 3 ພະຈິກ ຂອງທຸກໆປີ ເປັນວັນປ່ອຍນ້ຳຊົນລະປະທານ, ກົດໝາຍວ່າດ້ວຍການປູກພືດລະດູ ແລ້ງໄດ້ກຳນົດເອົາວັນທີ 5 ພະຈິກ ຂອງທຸກໆປີ ເປັນວັນປູກພືດລະດູແລ້ງທົ່ວປະເທດ ແລະ ອີງຕາມກົດ ໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ສະບັບເລກທີ່ 03/ສພຊ ໃນມາດຕາ 89 ວ່າດ້ວຍການ ກຳນົດເອົາວັນທີ 11 ພະຈິກ ຂອງທຸກໆປີ ເປັນວັນສັກຢາກັນພະຍາດແຫ່ງຊາດ ພ້ອມນັ້ນກໍ່ຍັງໄດ້ໃຫ້ຮູ້ ອີກຕື່ມວ່າເມືອງຄຳ ມີລະບົບຊົນລະປະທານທັງໝົດ 85 ແຫ່ງ, ມີຄວາມສາມາດສະໜອງນ້ຳໄດ້ໃນເນື້ອທີ່ 5.562 ເຮັກຕາ ແລະ ລະດູແລ້ງ 1.270 ເຮັກຕາສາມາດຄຸ້ມຄອງປົກປັກຮັກສາ ແລະ ອານາໄມອາຄານ ຂອງລະບົບຊົນລະປະທານເພື່ອກຽມພ້ອມໃຫ້ແກ່ການສະໜອງນ້ຳຜະລິດລະດູແລ້ງ ເຊັ່ນ: ການປູກເຂົ້ານາປີ, ປູກສາລີ, ຫອມທຽມ ແລະ ອື່ນໆໃຫ້ມີປະສິດທິຜົນສູງ ໃນການສ້າງທືນຮອນ, ສ້າງເສດຖະກິດຄອບຄົວ ເພື່ອລຸດພົ້ນອອກຈາກຄວາມດອຍພັດທະນາ ເມື່ອເວົ້າເຖິງວຽກງານສັກຢາປ້ອງກັນພະຍາດສັດ ແລະ ສັດ ຕະວະແພດໃນທົ່ວເມືອງ ມີຈຳນວນສັດໃຫຍ່-ນ້ອຍ ແລະ ສາມາດປ້ອງກັນພະຍາດປາກເປື່ອຍລົງເລັບ, ເຕົ້າໂຮມເລືອດຈັດ 12.232 ໂຕ ພ້ອມນີ້ກໍ່ຍັງໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຂ້າງຕື່ມອີກ.
ໃນຕອນທ້າຍ ທ່ານນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຄຳ ກໍ່ຍັງໄດ້ ຂື້ນໂອ້ລົມມີຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນແຕ່ລະວັນດັ່ງກ່າວພ້ອມທັງກ່າວຍ້ອງຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິວັດໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳແກ່ຄະນະຫ້ອງການກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ຈົ່ງພ້ອມກັນຄຸ້ມຄອງປົກປັກຮັກສາ, ລົງເຊື່ອມຊືມ ເຜີຍແຜ່ເຖິງຜົນຮ້າຍໃນການນຳໃຊ້ປຸຍເຄມີເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຫັນມານຳໃຊ້ປຸຍຊີວະພາບໃຫ້ນັບມື້ເພີ່ມຂື້ນເລື່ອຍໆ. ຫຼັງຈາກນັ້ນກໍ່ຍັງໄດ້ຢປອະນາໄມຄອງເໝືອງ, ຕິດຕາມການປູກພືດລະດູແລ້ງ ແລະ ສັກຢາກັນພະຍາດໃຫ້ແກ່ສັດ
ຂ່າວຈາກ ທີມຂ່າວເມືອງຄໍາ, ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ