ທ່ານ ປະລິນຍາເອກ ຄໍາແກ້ວ ສານບຸນຄູນໄຊ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັັດີການສັງຄົມ ( ຮສສ ), ໄດ້ຕ້ອນຮັບການມາຢຽ້ມຢາມ ແລະ ເຮັດວຽກ ຂອງ ທ່ານ ນາງ ມາດເດບົວ ບູກິກຽວ ( Maud de Boer-Buqlcchlo )ຜູ້ລາຍງານພິເສດດ້ານສິທິມະນຸດ ຂອງ ສະຫະປະຊາຊາດ ພ້ອມຄະນະ ໃນວັນທີ 10 ພະຈິກ 2017 ຜ່ານມານີ້, ທີ່ກະຊວງແຮງງານ ແລະ ສະຫວັັດີການສັງຄົມ ( ຮສສ );
ໂອກາດດັ່ງກ່າວທ່ານ ຮອງລັດຖະມົນຕີກະຊວງຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັັດີການສັງຄົມ ໄດ້ສະແດງຄວາມດີໃຈ ແລະ ຍິນດີຕ້ອນຮັບການມາຢຽ້ມຢາມ ແລະ ເຮັດວຽກ ທ່ານ ນາງ ມາດເດບົວ ບູກິກຽວ ຜູ້ລາຍງານພິເສດດ້ານສິທິມະນຸດ ຂອງ ສປຊ, ໃນຄັ້ງນີ້ ເພື່ອເກັບກຳຂໍ້ມູນກຽ່ວກັບສະພາບການຈັດຕັ້ງປະຕິບັດນະໂຍບາຍ, ມາດຕະການຕ່າງໆ ເພື່ອຊວ່ຍເຫຼືອຈາກການຄ້າຂາຍເດັກ , ການຂູດຮີດເດັກນ້ອຍ, ການປົກປ້ອງເດັກທີ່ຕົກເປັນເຫຍື້ອ ຫຼື ມີຄວາມສຽ່ງຈາກການຖືກຂູດຮີດທາງເພດ, ການໃຊ້ແຮງງານ ແລະ ການໃຊ້ຄວາມຮຸນແຮງ ອື່ນໆຢູ່ລາວ, ເພື່ອພິຈາລະນາເອົາເຂົ້າໃນບົດລາຍງານຕໍ່ສະພາສິທິມະນຸດ ສປຊ ຕໍ່ໄປ ພາຍຫລັງທີ່ລາວເຮົາໄດ້ເຂົ້າເປັນພາຄີສົນທິສັນຍາສາກົນວ່າດ້ວຍສິດທິເດັກ ນັບແຕ່ປີ 1991 ເປັນຕົ້ນມາ.
ແລະ ໃນວັນທີ 14 ພະຈິກ ນີ້, ທ່ານ ປອ ຄໍາແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັັດີການສັງຄົມ ( ຮສສ ), ຍັງໄດ້ນໍາຄະນະ ຂອງທ່ານ ນາງ ມາດເດບົວ ບູກິກຽວ ຜູ້ລາຍງານພິເສດດ້ານສິທິມະນຸດ ຂອງ ສປຊ ໄປຢຽ້ມຢາມສູນຊວ່ຍເຫຼືອເດັກ ( ສູນເພື່ອນມິດ )ທີ່ບ້ານໜອງທາໃຕ້ ນຳອີກ.
Editor: ຂ່າວສານແຮງງານສະຫວັດດີການ ແລະ ສັງຄົມ