ສຳລັບ, ກອງປະຊຸມສະພາອຸດສາຫະກຳ ເຟີນິເຈີອາຊຽນ ຄັ້ງທີ 35 (AFIC) ທີ່ດຳເນີນໃນລະຫວ່າງວັນທີ 10-11 ພະຈິກ ຜ່ານມານີ້ ແມ່ນເປັນຄັ້ງທຳອິດ ແລະ ຄັ້ງປະຫວັດສາດ ທີ່ບໍ່ເຄີຍມີມາກ່ອນ, ເຊິ່ງເປັນການສະແດງໃຫ້ເຫັນເຖີງ ຄວາມສາມັກຄີ, ຄວາມເສຍສະຫລະ ແລະ ຄວາມສາມາດຂອງສະມາຄົມ ກໍຄືປະທານ, ຮອງປະທານ ແລະ ຄະນະສະມາຄົມເຟີນິເຈີລາວ ຊຸດທີ III ພ້ອມດ້ວຍສະມາຊິກຂອງສະມາຄົມທັງໝົດ. ສະນັ້ນ, ສະ ພາອຸດສາຫະກຳເຟີນິເຈີອາຊຽນ ຫລື AFIC ຈຶ່ງເຫັນດີໃຫ້ ສະມາຄົມເຟີນິເຈີລາວ ຈັດກອງປະຊຸມນີ້ຂຶ້ນ.
ໂອກາດນີ້, ລາຍການມີສຽງສຳພາດບາງຕອນຂອງທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວມາໃຫ້ຮູ້ລາຍລະອຽດເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ