
ງານວາງສະແດງ ລົດນາໆຊາດວຽງຈັນ 2017 ຄັ້ງທີ່ 2 (Vientiane Internationl Motor Expo 2017) ໄດ້ຈັດຂຶ້ນແຕ່ວັນທີ 10-18 ພະຈິກ 2017 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ. ໂດຍມີ ທ່ານ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພັນທອງ ພິດທຸມມາ ຮອງນາຍົກລັດຖະມົນຕີ, ກະຊວງອຸດສະຫະກໍາ ແລະ ການຄ້າ, ມີບັນດາລັດຖະມົນຕີ, ຫົວໜ້າກົມ, ມີບັນດາຫົວໜ່ວຍທຸລະກິດ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ມາຈາກຄ້າຍລົດ 14 ແຫ່ງ, 7 ບໍລິສັດຫ້າງຮ້ານຕົບແຕ່ງລົດ, 3 ບໍລິສັດປະກັນໄພ ແລະ 2 ທະນາຄານ, ພ້ອມດ້ວຍບັນດາຫ້າງຮ້ານອື່ນໆ ເຂົ້າຮ່ວມ.
ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສະຫະກໍາ ແລະ ການຄ້າ ໄດ້ກ່າວເປີດພິທີວ່າ: ງານຄັ້ງນີ້ເປັນຄັ້ງທີ II ໂດຍພາຍໃຕ້ ແນວຄວາມຄິດໃນການສົ່ງເສີມ ໃຫ້ຜູ້ໃຊ້ລົດ, ໃຊ້ຖະໜົນຮູ້ຈັກ ການປະຢັດພະລັງງານ ຮັກສາສິ່ງແວດລ້ອມ. ທັງນີ້, ກໍເພື່ອເປັນການສ້າງ ຜົນປະໂຫຍດ ທາງດ້ານເສດຖະກິດ ແລະ ສ້າງລາຍຮັບ, ໃນນັ້ນກໍເພື່ອເປັນການຊຸກຍູ້ ບັນຍາກາດດ້ານທ່ອງທ່ຽວ, ການສະແດງເຖິງ ສັກກະຍາພາບ ໃນດ້ານການປະຢັດພະລັງ ງານ ຂອງຍານພາຫະນະ ໃນປັດຈຸບັນ ເຮັດໃຫ້ຜູ້ຊົມໃຊ້ ຫລື ຜູ້ທີ່ກໍາລັງຊອກຫາໄດ້ພົບກັບການນໍາສະເໜີ ນະວັດຕະກໍາຍານພາຫະນະ ການປະຫຍັດພະລັງງານ ທີ່ທັນສະໄໝ, ຮູບຊົງທີ່ສວຍສົດງົດງາມ.
ໃນຂະນະດຽວກັນ, ກໍເພື່ອໃຫ້ບັນດາກຸ່ມບໍລິສັດທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ມີໂອກາດນໍາສະເໜີສິນຄ້າ ແລະ ການບໍລິການຂອງຕົນ ໃນການສ້າງການຕະຫລາດ, ການນໍາສະເໜີງານ, ການເພີ່ມຊ່ອງທາງດ້ານການຈໍາໜ່າຍສິນຄ້າ ແລະ ຖານລູກຄ້າໃໝ່. ພ້ອມທັງເປັນການເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າ ແລະ ປະຕິບັດຕາມແຜນຍຸດທະສາດ ການພັດທະນາຂອງຜູ້ນໍາພັກ-ລັດ ໃນການສ້າງສາພັດທະນາປະເທດຊາດ.
Editor: ດາວໄຊ ສີວິໄລ

