ໃນທ້າຍອາທິດຜ່ານມາ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ເວທີສົນທະນາ ແບບບໍ່ເປັນທາງການ ລະຫວ່າງ ຜູ້ນຳເສດຖະກິດຂອບການຮ່ວມມື ດ້ານເສດຖະກິດ ຂອງພາກພື້ນອາຊີ-ປາຊີຟິກ ຫລື ອາເປັກ ແລະ ຜູ້ນຳອາຊຽນ ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມເພື່ອສ້າງ ຄວາມເຂັ້ມແຂງໃໝ່ ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງ ອາຊີ-ປາຊີຟິກ ແບບຮອບດ້ານ” ເຊິ່ງໄດ້ໄຂຂຶ້ນແຕ່ວັນທີ 10-11 ພະຈິກ 2017, ທີ່ ດານັງ ສສ. ຫວຽດນາມ. ໃຫ້ກຽດອອກສົ່ງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ພ້ອມຄະນະ ທີ່ສະໜາມບິນສາກົນ ໃນຄັ້ງນີ້, ມີຄະນະນຳຫ້ອງວ່າການປະທານປະເທດ, ມີທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ອອກສົ່ງຄະນະ.
ກອງປະຊຸມຄັ້ງນີ້, ມີບັນດາຜູ້ນໍາຈາກສະມາຊິກ ອາເປັກ ເຂົ້າຮ່ວມທັງໝົດ 21 ເຂດເສດຖະກິດ, ສປປ ລາວ,ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມເພື່ອເພີ່ມທະວີການຮ່ວມມື ລະຫວ່າງ ປະເທດສະມາຊິກ ອາເປັກ ແລະ ອາຊຽນ. ກອງປະຊຸມດັ່ງກ່າວ, ເປັນເວທີປຶກສາຫາລື ແລກປ່ຽນຄວາມຄິດເຫັນ ກ່ຽວກັບການສົ່ງເສີມການເຊື່ອມໂຍງ ແລະ ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານ ການເຊື່ອມຈອດ ໃນພາກພື້ນອາຊີ-ປາຊີຟິກ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ໂຄງສ້າງເສດຖະກິດ ຂອງພາກພື້ນໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ສາມາດປັບໂຕໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນ ໃຫ້ ມີການປັບປຸງ ສາຍພົວພັນ ແລະ ການຮ່ວມມືຫລາຍ ລະດັບຢູ່ໃນພາກພື້ນ.
Editor: ຂ່າວສານປະເທດລາວ