ພິທີປະກາດໜ່ວຍຊາວໜຸ່ມ ລັດວິສາຫະກິດນໍ້າປະປາແຂວງ ຈຳປາສັກເປັນໜ່ວຍ 4 ບຸກ ໄດ້ຈັດຂຶ້ນໃນວັນທີ 09 ພະຈິກ ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ໂຮງງານຜະລິດນໍ້າປະປາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມະນີໄຊ ພຣະວິເສດ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ຈຳປາສັກ, ມີທ່ານ ຄຳສິງ ໝູນເຕ້ ຮອງເລຂາຫນ່ວຍພັກ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງ, ມີເລຂາ, ຮອງເລຂາ, ຄະນະໜ່ວຍ ຊາໜຸ່ມແຮກສ່ຽວ, ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມ. ໃນພິທີ ທ່ານ ຄຳໄໝ ຈັນທາສັກ ກຳມະການຊາວໜຸ່ມແຂວງ ເລຂາໜ່ວຍຊາວຫນຸ່ມລັດວິສາຫະກິດນໍ້າປະປາແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປະຈຳປີ 2017 ເຊິ່ງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ພ້ອມທິດທາງແຜນການສູ້ຊົນໃນປີຕໍ່ໜ້າ.
ປະຈຸບັນພາຍໃນໜ່ວຍຊາວໜຸ່ມລັດວິສາກະກິດນໍ້າປະປາແຂວງມີສະມາຊິກຊາວໜຸ່ມທັງໝົດ 120 ທ່ານ, ຍິງ 32 ທ່ານ, ເຊິ່ງ ໜຶ່ງປີຜ່ານມາໄດ້ຈັດຕັ້ງປະຕິບັດເນຶ້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງເປັນຂະ ບວນກ້ວາງຂວາງ ສອດຫ້ອຍໄປກັບທຸກໜ້າທີ່ວຽກງານທີ່ຄະນະພັກຄະນະອຳນວຍການບໍລິສັດນໍ້າປະປາວາງອອກ. ທີ່ສຳຄັນໄດ້ເປັນກຳລັງແຮງໃຫ້ແກ່ຄະນະພັກ-ຄະນະອຳນວຍການ ໃນການຜະລິດ ແລະ ບໍລິການນໍ້າປະປາທີ່ສະອາດ,ປອດໄພໃຫ້ແກ່ສັງຄົມ ສະແດງອອກໜຶ່ງປີຜະລິດນໍ້າປະປາໄດ້ 7 ລ້ານ 2 ແສນກ່ວາແມັດກ້ອນ, ຂາຍອອກໄດ້ 5 ລ້ານກ່ວາແມັດກ້ອນ, ສ້າງລາຍຮັບໄດ້ 28 ຕື້ກີບ, ມີຜົນກຳໄລ 698 ລ້ານກີບ ຈາກຜົນງານຕົວຈິງຈິ່ງສາມາດປະເມີນຜົນໜ່ວຍຊາວໜຸ່ມໃນແຕ່ລະດ້ານຄື: ດ້ານແນວຄິດການເມືອງໄດ້ 92 %, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 91 %, ດ້ານວຽກງານປັບປຸງການຈັດຕັ້ງ 90 % ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ 95 % ສາມາດຈັດປະເພດເປັນໜ່ວຍ 4 ບຸກ.
ໂອກາດນີ້ທ່ານ ນາງ ມະນີໄຊ ພຣະວິເສດ ຮອງເລຂາຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ຈຳປາສັກ ກໍ່ໄດ້ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2017 ໃຫ້ແກ່ຄະນະໜ່ວຍດັ່ງກ່າວພ້ອມທັງມີຄຳເຫັນໂອ້ລົມຊີ້ທິດເຍືອງທາງ ເຊິ່ງເນື້ອໃນໂອ້ລົມນອກຈາກໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນໆງານທີ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມລັດວິສາຫະກິດນໍ້າປະປາຍາດມາໄດ້ແລ້ວ ກໍເນັ້ນໃຫ້ຄະນະຊາວໜຸ່ມ ເອົາໃຈໃສ່ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດເປັນຫາສຳຄັນ, ສຶບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສໜັກແໜ້ນເຂັ້ມແຂງ, ພ້ອມກັນສູ້ຊົນຈັດຕັ້ງປະຕິບັດ, ຮັກສາ ແລະ ເສີມຂະຫຍາຍຜົນງານໜ່ວຍຊາວໜຸ່ມ 4 ບຸກໄວ້ໃຫ້ຕະຫຼອດໄປ.
Editor: ດາວໄຊ ສີວິໄລ