ໃນຕອນເຊົ້າວັນທີ 10 ພະຈິກ 2017 ນີ້ ທີ່ໂຮງແຮມ ລາວພຣາຊາ ນະຄອນຫຫຼວງວຽງຈັນ ໄດ້ຈັດກອງປະຊຸມ ກອງປະຊຸມ ເຟີນິເຈີອາຊຽນ AFIC ຄັ້ງທີ 35 ຫລື 35th ASEAN Furniture Industries Council Working Committee Meeting & ASEAN Furniture Industries Council Conference 2017 ໂດຍການເຂົ້າຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະຊິກຳ ແລະ ປ່າໄມ້, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສະຫະກຳການຄ້າ ແຫ່ງຊາດ, ທ່ານ ຄໍາໄພ ສົມຊະນະ, ປະທານສະມາຄົມເຟີນິເຈີລາວ, ທ່ານ ກໍ ກໍ ວິນ, ປະທານສະພາອຸດສາຫະກໍາ ເຟີນິເຈີອາຊຽນ, ມີບັນດາຄະນະສະມາຄົມເຟີນີເຈີລາວ, ປະທານສະມາຄົມເຟີນິເຈີ 10 ປະເທດອາຊຽນ, ຫົວໜ້າກົມຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສຳລັບ ວາລະປະຊຸມ AFIC ແມ່ນມີຂຶ້ນທຸກໆ 2 ປີ ເຊິ່ງຈະມີການຜັດປ່ຽນກັນເປັນປະທານ ແລະ ໃນການປະຊຸມ AFIC ຄັ້ງທີ 35 ກໍແມ່ນພາລະບົດບາດຂອງ ສປປ ລາວ ທີ່ຈະສະແດງເຖິງທ່າແຮງບົ່ມຊ່ອນ ແລະ ຄວາມສາມາດຂອງຕົນບົນເວທີຄູ່ຄ້າລະດັບພູມີພາກ. ສ່ວນສະມາຄົມເຟີນີເຈີລາວ (LFA) ໄດ້ເຂົ້າເປັນສະມາຊິກຂອງ AFIC ໃນປີ 2014 ເປັນຕົ້ນມາ ແລະ ໄດ້ເຂົ້າຮ່ວມກອງປະຊຸມ ການເຄື່ອນໄຫວວຽກງານຕ່າງໆຕາມລະບຽບການທີ່ທາງ AFIC ວາງອອກ
AFIC ສ້າງຕັ້ງຂຶ້ນເພື່ອຄວາມເຂັ້ມແຂງໃຫ້ສາຍພົວພັນໃນອຸດສາຫະກຳເຟີນີເຈີອາຊຽນ ເພື່ອສົ່ງເສີມການປະສານງານ ແລະ ການຮ່ວມມືລະຫວ່າງຊຸມຊົນທຸລະກິດຜະລິດເຟີນີເຈີອາຊຽນ ເພື່ອສ້າງຄວາມສະດວກ ເລັ່ງ ແລະ ປັບປຸງການເຕີບໃຫຍ່ ແລະ ຄວາມຄືບໜ້າຂອງອຸດສາຫະກຳເຟີນີເຈີໃນຂົງເຂດ ໂດຍມຸ່ງໝັ້ນທີ່ຈະສົ່ງເສີມໂຄງການຮ່ວມມືລະຫວ່າງກຸ່ມອາຊຽນ ແລະ ພັນທະມິດຍຸດທະສາດ AFIC ເຊິ່ງໃນປີນີ້ ສປປ ລາວ ກໍຈະຕາງໜ້າໃຫ້ຊາວຊ່າງເຟີນີເຈີ ແລະ ກຸ່ມການຜະລິດເປັນສິນຄ້າ ນຳສະເໜີພາລະບົດບາດ ແລະ ຄວາມອາດສາມາດດ້ານການປະສານງານຂອງພາກການຜະລິດທຸລະກິດ ແລະ ການສົ່ງອອກຂອງເຟີນີເຈີລາວ ເພື່ອແລກປ່ຽນວິໄສທັດທີ່ສ້າງສັນ ຮູບແບບໃໝ່ ແລະ ເອົາໃຈໃສ່ລະບົບນິເວດ ຮ່ວມກັບກຸ່ມເຟີນີເຈີອາຊຽນ ແນໃສ່ສ້າງໄດ້ອຸດສາຫະກຳສີຂຽວ ແລະ ຍືນຍົງ.
Editor: ຕະວັນ ແສງສະຫວັນ