ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ, ໄດ້ອອກແຈ້ງການສະບັບເລກທີ 4842/ຍທຂ.ນວ, ລົງວັນທີ 2 ພະຈິກ 2017 ນີ້ ເຖິງສຳນັກງານ, ອົງການຈັດຕັ້ງພາກລັດ-ສາກົນ, ພະນັກງານ, ທະຫານຕຳຫຼວດ ຕະຫຼອດຮອດພໍ່ແມ່ ປະຊາຊົນບັນດາເຜົ່າ ແລະ ຊາວຄ້າ ຂາຍຜູ້ນຳໃຊ້ລົດໃຊ້ຖະໜົນ ທົ່ວນະຄອນຫຼວງວຽງຈັນ ຮັບຊາບວ່າ: ເລີ່ມແຕ່ວັນທີ 10-12 ພະຈິກ 2017 ຈະໄດ້ປິດເສັ້ນທາງການສັນຈອນ ຢູ່ຖະໜົນດອນຈັນ (ເສັ້ນທາງແຄມຂອງ) ຊົ່ວຄາວ.
ສະນັ້ນ, ຜູ້ທີ່ມີຈຸດປະສົງນຳໃຊ້ ເສັ້ນທາງແຄມຂອງ ແມ່ນໃຫ້ເວັ້ນໄປນຳໃຊ້ ເສັ້ນທາງອື່ນແທນເປັນການຊົ່ວຄາວ, ເນື່ອງຈາກວ່າ ຈະໃຊ້ເສັ້ນທາງດັ່ງກ່າວ ເປັນບ່ອນທຳບຸນ ສະເຫຼີມສະຫຼອງ ອານຸສອນເຈົ້າອານຸວົງ ປະດິດສະຖານ ຄົບຮອບ 7 ປີ.
Editor: ຕະວັນ ແສງສະຫວັນ