ເຈົ້າອານຸວົງ ເປັນວິລະກະສັດ ແລະ ວິລະບູລຸດຂອງຊາດລາວເຮົາ ທີ່ມີຄວາມອົງອາດກ້າຫານ ນໍາພາປະຊາຊົນລຸກຮື້ຂື້ນຕໍ່ສູ້ຕ້ານກັບພວກສັກດີນາຕ່າງດ້າວ, ເຈົ້າອານຸວົງ ເກີດເມື່ອປີ ຄສ 1767 ເປັນກະສັດອົງສຸດທ້າຍ ຂອງລາດຊະວົງວຽງຈັນ ໄດ້ລຸກຮື້ຂື້ນຕໍ່ສູ້ເພື່ອກອບກູ້ເອົາເອກະລາດຄືນມາ ແລະ ພະອົງໄດ້ເສຍຊີວິດໃນປີ ຄສ 1829 ລວມອາຍຸໄດ້ 60 ປີ.
ເພື່ອເຮັດໃຫ້ຮຸ້ນລູກຫລາຍຂອງປະຊາຊົນລາວ ໃນແຕ່ລະລຸ້ນ ໄດ້ສຶກສາຄົ້ນຄວ້າຜົນງານອັນໃຫຍ່ຫລວງ ແລະ ຄວາມອົງອາດກ້າຫານ ຂອງເຈົ້າອານຸວົງ, ພັກ ແລະ ລັດຖະບານ ຈິ່ງໄດ້ເຫັນດີ ຕົກລົງສ້າງອານຸສາວະລີ ເຈົ້າອານຸວົງ ສະຖິດໄວ້ຢູ່ແຄມຂອງ ທ່າວັດຈັນ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ເຊິ່ງໄດ້ປະດິດສະຖານ ໃນປີ 2010 ແລະ ມາຮອດປະຈຸບັນ 2017 ຄົບຮອບ 7 ປີ. ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມກະຕັນຍູຮູ້ບຸນຄົນຕໍ່ປະເທດຊາດບ້ານເມືອງ, ຕໍ່ບັນດາບັນພະບູລຸດຂອງລາວທັງຫລາຍ ໂດຍສະເພາະແມ່ນເຈົ້າອານຸວົງ ອົງການປົກຄອງເມືອງຈັນທະບູລີ ພ້ອມດ້ວຍອົງການພຸດທະສາສະຫນາສໍາພັນລາວ ເມືອງ ແລະ ນະຄອນຫລວງວຽງຈັນ ລວມທັງປະຊາຊົນຊາວນະຄອນຫລວງວຽງຈັນ ທຸກຊັ້ນຄົນ, ພ້ອມດ້ວຍຄະນະຮັບຜິດຊອບສວນເຈົ້າອານຸວົງ ພ້ອມກັນເຮັດງານບຸນສະເຫລີມສະຫລອງ ຄົບຮອບ 7 ປີ ຂອງການປະດິດສະຖານອານຸສາວະລີ ເຈົ້າອານຸວົງ ພາຍໃນງານບຸນ ຍັງໄດ້ມີການຕັ້ງກອງອັດຖະ ເພື່ອອຸທິດຜົນບຸນກຸສົນແກ່ດວງວິນຍານ ເຈົ້າອານຸວົງ ແລະ ບັນດາບັນພະບູລຸດ. ພິທີໄດ້ຈັດຂື້ນທີ່ສວນເຈົ້າອານຸວົງ ເປັນເວລາ 2 ມື້, 11 ແລະ 12 ພະຈິກ 2017 ນີ້, ໃນຕອນແລງວັນທີ 11 ພະຈິກ ເວລາ 17:00 ໂມງ ແມ່ນໄດ້ທໍາພິທີສູດປະລິຕະມຸງຄຸນ ຫລັງຈາກນັ້ນໃນຕອນຄໍ່າ ແມ່ນໄດ້ມີການຄົບງັນຕາມປະເພນີ ຕະຫລອດຄືນ, ສ່ວນຕອນເຊົ້າວັນທີ 12 ພະຈິກ ແມ່ນໄດ້ມີພິທີໃສ່ບາດ, ພ້ອມຖະຫວາຍພັດຕະຫານ ແກ່ພະສົງ ຖືວ່າຈົບພິທີ.
Editor: ກຳປານາດ ລັດຖະເຮົ້າ