ພິທີເປີດນໍ້າ ຮັບໃຊ້ການຜະລີດລະດູແລ້ງໃນທົ່ວແຂວງຈຳປາສັກ ແລະ ຈັດຕັ້ງສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດຄົບຮອບ 5 ປີຄື 3 ພະຈີກ ປີ 2012 ຫາ 3 ພະຈີກ 2017. ໄດ້ຈັດຂື້ນທີ່ໂຄງການຊົນລະປະທານ ບ້ານຄີລີ ເມືອງຊະນະສົມບູນ ໂດຍການເຂັ້າຮ່ວມຂອງທ່ານ ຄຳແດງ ພົມມາພັກດີ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງຈຳປາສັກ, ທ່ານ ສຸບັນ ໄຕໄຊຍະວົງ ຮອງເຈົ້າເມືອງຊະນະສົມບູນ, ມີນາຍບ້ານບ້ານຄີລີ, ບັນດາທ່ານການນໍາຈາກພະແນກການ,ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຄັ້ງນີ້ ໄດ້ຮັບຟັງການກ່າວມີຄໍາເຫັນກ່ຽວກັບຄວາມໝາຍຄວາມສໍາຄັນຂອງວຽກງານຊົນລະ ປະທານແຫ່ງຊາດ ເຊີ່ງແມ່ນມີຄວາມສຳຄັນໃນການເຮັດການຜະລີດກະສິກຳ, ການປູກຝັງພືດພັນທັນຍາຫານຕ່າງໆ ຖ້າຂາດນ້ຳແມ່ນເປັນໄປໄດ້ຍາກນັບທັງຊີວີດຄົນ, ສັດ ແລະ ອື່ນໆ, ການເປີດນ້ຳຮັບໃຊ້ຊົນລະທານຂອງເມືອງຊະນະສົມບູນໃນຄັ້ງນີ້ແມ່ນເປັນການດີທີ່ບັນດາພໍ່ແມ່ປະຊາຊົນຊາວກະສິກອນພາຍໃນເມືອງເວົ້າລວມເວົ້າສະເພາະແມ່ນພໍ່ແມ່ປະຊາຊົນບ້ານຄີລີທີ່ຈະໄດ້ມີການເພີ້ມພູມຜະລີດຜົນ, ທຳການຜະລີດກະສິກຳ, ປູກເຂົ້າໄດ້ຫຼາຍຂື້ນກວ່າເກົ່າ ເຮັດໃຫ້ເຂົ້າເຈົ້າມີລາຍຮັບ ຫຼຸດພົ້ນຈາກຄວາມທຸກຍາກໄດ້ ໂຄງການຊົນລະປະທານພາຍໃນເມືອງຊະນະສົມບູນມີທັງໝົດ 18 ແຫ່ງ ໃນນັ້ນໃຊ້ລະບົບສູບນ້ຳດ້ວຍໄຟຟ້າ 15 ແຫ່ງ ຝ້າຍນໍ້າລົ້ນ 3 ແຫ່ງ ນອກຈາກນີ້ ຍັງມີຄອງຊົນລະປະທານທີ່ເຮັດເອງຈາກພໍ່ແມ່ປະຊາຊົນອີກຈຳນວນໜືງ ໃນສົກປີນີ້ສາມາດສະໜອງນ້ຳໄດ້ 3,766 ເຮັກຕາ, ສໍາລັບໂຄງການຊົນລະປະທານບ້ານພັດທະນາຄີລີ ປະກອບມີສອງໂຄງການ ຄື:ໂຄງການສຸວັນນະຄີລີ ແລະ ໂຄງການຊົນລະປະທານບ້ານຄຳຢາດ ມີ 2 ຫົວງານ, ມີຈັກສູບນ້ຳ 5 ເຄື່ອງ ແຕ່ລະເຄື່ອງມີຄວາມແຮງ 75 ແຮງມ້າ, ມີຄອງສົ່ງນ້ຳທີ່ເຮັດດ້ວຍເປຕົງ 3,700 ແມັດ, ຄອງເຮັດດ້ວຍດີນຈີ່ 3,500 ແມັດ, ຄອງດີນຍາວ 2,900 ແມັດ, ໃນການຈັດພິທີເປີດການຊົມໃຊ້ນ້ຳຮັບໃຊ້ຊົນລະປະທານໃນຄັ້ງນີ້ ແມ່ນໄດ້ມີພິທີການເປີດຢ່າງເປັນທາງການ ໂດຍການນຳຂອງແຂວງໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ, ສໍາລັບການຜະລີດລະດູແລ້ງໃນປີນີ້ ທາງອຳນາດການປົກຄອງເມືອງແມ່ນໄດ້ມີການກຽມຄວາມພ້ອມສູງ ເພື່ອເຮັດໃຫ້ໄດ້ຕາມແຜນການທີ່ໄດ້ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ