"ເຊີນທ່ຽວຊົມ ບຸນບັ້ງໄຟ 10 ລ້ານ!! ບ້ານກ້ວຍ, ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ"
ບັ້ງໄຟແມ່ນຫຍັງ?
ບຸນບັ້ງໄຟ ຄຳວ່າ "ບັ້ງ" ຄືໄມ້ໄຜ່ທີ່ຖືກຕັດເປັນທ່ອນ ຫຼື ກະບອກໄມ້ໄຜ່ນັ້ນເອງ ສ່ວນຄຳວ່າ "ໄຟ" ຄົງຈະບໍ່ຕ້ອງອະທິບາຍ. ເມື່ອເອົາຄຳສອງ ຄຳມາລວມກັນເປັນ "ບັ້ງໄຟ" ໝາຍເຖິງກະບອກໄມ້ໄຜ່ທີ່ຂ້າງໃນອັດແຫນ້ນດ້ວຍ "ໝື້" (ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະອຽດກ່ອນນຳໄປອັດໃຫ້ແໜ້ນ ໃນກະບອກໄມ້ໄຜ່).
ປະຫວັດຄວາມເປັນມາ
ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າເທິງຟ້າມີສິ່ງສັກສິດ ຫຼື ມີຊາວ ພຸດເອີ້ນວ່າ "ພະຍາແຖນ".ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ ເລົ່າໃຫ້ຟັງວ່າ: ກາລະຄັ້ງນຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນ ເພາະຝົນຟ້າບໍ່ຕົກຕາມລະດູການ ບັນດາຄົນສັດພືດຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນ, ແຕ່ຂະນະດຽວກັນນັ້ນ ຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນສັດວິເສດປົກຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າ: "ຝົນຟ້າບໍ່ຕົກລົງມາ ກໍ່ຮູ້ຄວາມຈິງວ່າ ເປັນພະຍາແຖນບໍ່ສົງຝົນລົງມາ" ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບ "ພະຍາແຖນ" ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກຊະນະ ພະຍາແຖນຕ້ອງເຮັດ ໃຫ້ຝົນຕົກລົງມາໃຫ້ຄົນ "ພະຍາແຖນ" ແລະ ພະຍາຄັນຄາກ ຕໍ່ສູ້ກັນຜົນປະກົດວ່າ ພະຍາຄັນຄາກຊະນະ, ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງມາໃນໂລກມະນຸດ. ແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂື້ນ ເພື່ອໄປບອກດ້ວຍວ່າ ຕ້ອງການຝົນເມື່ອໃດ, ເວລາໃດ, ຍາມໃດ, ດັ່ງນັ້ນ ເມື່ອເຖິງລະດູການເຮັດນາ ຊາວນາ ຕ້ອງການຝົນ ກໍ່ຕ້ອງເຮັດບຸນບັ້ງໄຟ ເພື່ອຈູດບັ້ງໄຟຂື້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮູ້ ເພື່ອໃຫ້ເຮັດຝົນຕົກລົງມາ ດ້ວຍເຫດຄວາມເຊື່ອທີ່ກ່າວມານີ້, ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງປັດຈຸບັນນີ້ ແລະ ໃນເດືອນຫົກນີ້ ຍັງມີບຸນອີກຫຼາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພຣະ...