ຕົ້ນເດືອນພະຈິກ 2017 ນີ້ ຢູູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປ່ອຍຕົວນັກໂທດ ຈຳນວນ 20 ຄົນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີ ທ່ານ ພັນໂທ ຄຳຟອງ ສຸກສຳລານ ຫົວໜ້າຄ້າຍຄຸ້ມຂັງ-ດັດສ້າງ ປກສ ແຂວງ, ມີຍາດພີ່ນ້ອງ ແລະນັກໂທດເຂົ້າຮ່ວມ.
ທ່ານ ຮ້ອຍເອກ ເສດຖາ ຈັນທະລັດ ຫົວໜ້າພະແນກສືບສວນ-ສອບຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໄດ້ຂື້ນຜ່ານໃບປອຍຕົວຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ວ່າດ້ວຍການປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈໍານວນ 20 ຄົນ, ໃນນີ້ມີນັກໂທດທີ່ເຮັດຜິດໃນສະຖານ ຄ້າຂາຍຢາເສບຕິດ ຈຳນວນ18 ຄົນ, ລັກຊັບຂອງພົນລະເມືອງ 01ຄົນ, ມີເງີນປອມໄວ້ໃນຄອບຄອງ 01 ຄົນ, ເຊິ່ງພວກກ່ຽວໄດ້ຜ່ານການປະຕິບັດໂທດມາແລ້ວ 2/3 ເຫັນວ່າພວກກ່ຽວແມ່ນມີຄວາມກິນແໜງແຄງໃຈຕໍ່ການກະທຳຜິດດັ່ງກ່າວ ແລະ ມີຄວາມຫ້າວຫັນໃນການອອກແຮງງານ, ເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໄດ້ຢ່າງເຂັ້ມງວດຈຶ່ງໄດ້ຮັບການປ່ອຍຕົວຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ.
ໃນໂອກາດດັ່ງກ່າວ ທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຮອງກອງບັນຊາການ ປກສ ແຂວງບໍລິຄຳໄຊ. ກໍ່ໄດ້ເປັນກຽດໂອ້ລົມຕໍ່ບັນດານັກໂທດທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ວ່າ: ເມື່ອພົ້ນໂທດອອກໄປຢູ່ນຳຄອບຄົວ, ຍາດພິ່ນ້ອງ ແລະ ສັງຄົມແລ້ວ ຈົ່ງພ້ອມກັນຕັ້ງໜ້າເອົາໃຈໃສ່ເຄົາລົບ ແລະ ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ, ປະກອບອາຊີບທໍາມາຫາກິນໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເພື່ອສ້າງສາພັດທະນາຕົນເອງ ແລະ ຄອບຄົວໃຫ້ຮັ່ງມີຜາສຸກຂື້ນເລື້ອຍໆ, ຮຽກຮ້ອງໃຫ້ພໍ່ແມ່, ຍາດພີ່ນ້ອງ ແລະ ອຳນາດການປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ສຶກສາອົບຮົມເຂົາເຈົ້າໃຫ້ມີຊີວິດໃໝ່ທີ່ດີຂື້ນ ແລະ ບໍ່ໄປກະທຳຜິດຕື່ມອີກ, ຕໍ່ກັບນັກໂທດທີ່ບໍ່ໄດ້ຮັບການປ່ອຍຕົວກໍ່ຈົ່ງເອົາໃຈໃສ່ຫ້າວຫັນປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງໃຫ້ເຂັ້ມງວດເພື່ອຈະໄດ້ຮັບການປ່ອຍຕົວໃນຄັ້ງຕໍ່ໄປ.
ຂອບໃຈຂ່າວຈາກທີມຂ່າວແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ