ປັດຈຸບັນ, ສປປ ລາວ ກໍຄື ຂະແໜງພະລັງງານ ສາມາດສະໜອງໄຟຟ້າແບບຖາວອນ ໃຫ້ກັບປະຊາຊົນ ໄດ້ທັງໝົດ 94% ຂອງຈໍານວນຄົວເຮືອນ ໃນທົ່ວປະເທດ ທຽບໃສ່ແຜນການທີ່ຕັ້ງໄວ ໃຫ້ໄດ້ 90% ພາຍໃນປີ 2020 ແມ່ນສາມາດບັນລຸໄດ້ລື່ນແຜນການ ແລະ ຈະສືບຕໍ່ໃຫ້ໄດ້ 100% ພາຍໃນປີ 2030.
ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ໃນໂອກາດ ວັນພະລັງງານໂລກ ໃນວັນທີ 21 ຕຸລາ 2017 ນີ້ວ່າ: ສປປ ລາວ ມີນະໂຍບາຍສ້າງປະເທດ ເປັນໝໍ້ໄຟຂອງອາຊຽນ ໂດຍອີງໃສ່ຄວາມເໜາະສົມທາງດ້ານທີ່ຕັ້ງ, ທ່າແຮງດ້ານໄຟຟ້ານ້ຳຕົກ ຂອງປະເທດ ແລະ ຄວາມຕ້ອງການໄຟຟ້າທີ່ເພີ່ມຂຶ້ນ ຢູ່ໃນພາກພື້ນ ເຊິ່ງສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາ ດ້ວຍຈັ່ງວະທີ່ໄວ ກາຍເປັນການພັດທະນາທີ່ພົ້ນເດັ່ນ ໃນພາກພື້ນ ແລະ ໃນໂລກ. ຢ່າງໃດກໍ່ຕາມ ໃນປີ 1995 ທົ່ວປະເທດ ມີກຳລັງການຜະລິດໄຟຟ້າ ພຽງແຕ່ 210 ເມກາວັດ ແລະ ຜະລິດໄຟຟ້າໄດ້ 1.085 ລ້ານກິໂລວັດໂມງ ມາເຖິງ ປັດຈຸບັນ ກຳລັງການຜະລິດໄດ້ເພີ່ມຂຶ້ນເປັນ 6.760 ເມກາວັດ ແລະ ສາມາດຜະລິດໄຟຟ້າໄດ້ເຖິງ 35.625 ລ້ານກິໂລວັດໂມງ, ມີລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມຈອດ ແຕ່ເໜືອ ເຖິງ ໃຕ້ ສາມາດສະໜອງໄຟຟ້າຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂະແໜງການອື່ນໆ ໄດ້ໂດຍພື້ນຖານ.
ຢ່າງໃດກໍຕາມ, ໃນຕົ້ນປີ 2018 ທີ່ຈະມາເຖິງນີ້ ຈະສົ່ງກະເເສໄຟຟ້າໄປຂາຍໃຫ້ກັບປະເທດມາເລເຊຍ ໂດຍຜ່ານສາຍສົ່ງປະເທດໄທ ເຊິ່ງຖືເປັນໂຄງການຕົວແບບ ແລະ ໂຄງການທຳອິດ ໃນອາຊຽນ ທີ່ມີຫຼາຍປະເທດເຂົ້າຮ່ວມ.
ບັນດາປະເທດ ນຳເຂົ້າໄຟຟ້າຈາກ ສປປ ລາວ ມີ: ປະເທດໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ມາເລເຊຍ.
Editor: ຕະວັນ ແສງສະຫວັນ