ກອງປະຊຸມໄດ້ຈັດຂຶ້ນ ຢູ່ທີ່ສະໂມສອນ ເມືອງ ລະຄອນເພັງ ໂດຍການເປັນປະທານຂອງທ່ານ ທອງໃສ ສົນສາລີ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສາລະວັນ, ເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກເຈົ້າເມືອງໆ ລະຄອນເພັງ, ມີຫົວໜ້າ-ຄະນະຫ້ອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈາກ 8 ຕົວເມືອງ, ຫົວໜ້າຂະແໜງຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະຫຼຸບຜົນການຈັດຕັ້ງເຄື່ອນໄຫວໃນໄລຍະ 9 ເດືອນ ແລະ ແຜນການ 3 ເດືອນທ້າຍປີ 2017 ເຊິ່ງເຫັນວ່າແຕ່ລະໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນຕົ້ນ: ເກັບລາຍຮັບມອບງົບປະ ມານໄດ້ 1,073 ຕື້ກວ່າກີບ (ຂັນແຂວງ 695 ລ້ານກ່ວາກີບ ແລະ ເມືອງ 378 ລ້ານກ່ວາກີບ), ທຽບແຜນປີລື່ນ 9,15%, ອອກໃບຕາດິນໄດ້ 9.412 ຕອນ, ທຽບແຜນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມອບໃຫ້ລື່ນ 52%, ທຽບແຜນຂອງແຂວງລື່ນ 76%, ສໍາເລັດການສໍາຫຼວດສ້າງຖານຂໍ້ມູນ (ສໍາມະໂນທີ່ດິນ) ດ້ວຍກ້ອງ Gps RTK ຈໍານວນ 26 ບ້ານ ໃນ 3 ເມືອງ 7.942 ຕອນ, ທຽບແຜນປີປະຕິບັດໄດ້ 63%.
ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນ ແລະ ແລກປ່ຽນຖອດຖອນບົດຮຽນ ຂອງບັນຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທັງ 8 ຕົວເມືອງ ໂດຍສະເພາະໃນວຽກງານຄຸ້ມຄອງທີ່ດິນ, ການພິສູດຫຼັກຖານອອກໃບຕາດິ, ການແກ້ໄຂຂໍ້ຂັດແຍ່ງທີ່ດິນ, ການຄຸ້ມຄອງສິ່ງແວດລ້ອມ ແລະ ອື່ນໆ... ແລະ ກອງປະຊຸມໄດ້ຮັບຮອງເອົາຄາດໝາຍສູ້ຊົນ 3 ເດືອນທ້າຍປີ 2017 ເຊັ່ນ: ພິສູດຫຼັກຖານຂຶ້ນທະບຽນແບບເປັນລະບົບໃຫ້ໄດ້ 34 ບ້ານໃນ 8 ເມືອງ,ສ້າງຖານສໍາໂນທີ່ດິນໃຫ້ໄດ້ 10 ບ້ານ ໃນ 3 ເມືອງ (ເລົ່າງາມ 1, ຄົງເຊໂດນ 2 ແລະ ລະຄອນເພັງ 7 ) ຈໍານວນ 8.000 ກ່ວາຕອນ.
Editor: ດາວໄຊ ສີວິໄລ