"ສັງຄົມໃຫ້ຄວາມສຳຄັນກັບການປູກຜັກປອດສານຜິດ"
ຖືວ່າເປັນອີກຫນຶ່ງຄຸນປະໂຫຍດຂອງຄົນທີ່ຮັກສຸຂະພາບ, ສໍາລັບ ການປູກຜັກປອດສານຜິດໄວ້ກິນເອງ, ເນື່ອງຈາກບັນດາພືດຜັກທີ່ເຫັນຢູ່ຕາມທ້ອງຕະຫລາດ, ເຮົາບໍ່ສາມາດຈະຮູ້ໄດ້ວ່າ: ຜັກໃບໃດປອດສານພິດ ແລະ ໂຕໃດມີສານພິດຕົກຄ້າງ ກ່ອນທີ່ເຮົາຈະນຳມາບໍລິໂພກ ຫລື ຮັບປະທານໃນຄອບຄົວ. "ທ່ານ ນາງ ແພງພອນ ຂັນທະຍົງທອງ", ວິລະຊົນແຫ່ງຊາດ ແລະ ນັກທຸລະກິດຍິງທີ່ດີເດັນອີກທ່ານຫນຶ່ງໃຫ້ທັດສະນະວ່າ: ຕົ້ນເອງແມ່ນເລັ່ງເຫັນຄວາມສຳຄັນທີ່ສຸດຂອງສຸຂະພາບ ເພາະສະນັ້ນ ການທີ່ຈະນຳສິ່ງໃດຫນຶ່ງເຂົ້າສູ່ຮ່າງກາຍຕ້ອງໄດ້ຄຳນຶ່ງຢູ່ສະເຫມີ ເພາະທຸກວັນນີ້ສັງຄົມມີການພັດທະນາ, ແຂ່ງຂັນກັນທຳມາຄ້າຂາຍ ແນ່ນອນອາດຈະເປັນຊ່ອງຫວ່າງໃຫ້ພໍ່ຄ້າຫົວໃສ ນຳສິ່ງດີ ແລະ ບໍ່ດີເຂົ້າມາປະປົນກັນ. ຍ້ອນສາເຫດນັ້ນ ໃນເວລາຫວ່າງຂອງ "ທ່ານນາງ ແພງພອນ" ສ່ວນຫນຶ່ງແມ່ນຈະໃຊ້ເວລາຢູ່ກັບການປູກຝັງລ້ຽງສັດ ເພື່ອນຳມາຮັບໃຊ້ໃນຄອບຄົວ ແບ່ງເບົາຄ່າໃຊ້ຈ່າຍທີ່ຕ້ອງອອກຕະຫລາດທຸກວັນ ແຖມຍັງຫມັ່ນໃຈວ່າ ໄດ້ພືດຜັກປອດສານພິດນຳອີກ. ພື້ນທີ່ປູກຝັງສວນຂອງ "ທ່ານນາງ ແພງພອນ" ແມ່ນໃຊ້ພື້ນທີ່ເປົ່າຫວ່າງຂອງດິນເຮືອນ ປູກທຸກຢ່າງທີ່ກິນໄດ້ລົງໄປບໍ່ວ່າຈະເປັນ: ຫມາກເຜັດ, ຫມາກເຂືອ, ຫມາກຫຸ່ງ, ຫມາກມ່ວງ, ຕົ້ນໄຜ່, ຜັກກາດ, ມັນດ້າງ, ຫົວສີໄຄ ແລະ ອື່ນໆ ຊຶ່ງທຸກຢ່າງທີ່ປູກແມ່ນສາມາດໃຫ້ຜົນຜະລິດ ແລະ ສາມາດເກັບກ່ຽວໄປຮັບປະທານໄດ້ທຸກຢ່າງ. ຄ່ຽງຄູ່ກັນນີ້ "ທ່ານ ນາງ ແພງພອນ" ຍັງໄດ້ລ້ຽງສັດເຊັ່ນ: ງົວ, ເປັດ ແລະ ໄກ່ ຈໍານວນຫລາຍສິບໂຕ ແລະ ປູກໄມ້ອຸດສາຫະກຳ ຫລື ໄມ້ເສດຖະກິດ ອີກຫລາຍພັນຕົ້ນ. ເພື່ອໃຫ້ຄວາມສົມດຸ່ນແກ່ທໍາມະຊາດ, ຊຶ່ງຢູ່ທີ່ ບ້ານອ່າງນໍ້າຫຸມ, ເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ຕື່ມອີກ.