ເມື່ອບໍ່ດົນມານີ້ ໄດ້ມີການແຈ້ງຂ່າວໃຫ້ບັນດາ ພະນັກງານ, ທະຫານຕໍາຫຼວດ ແລະ ພໍ່-ແມ່ ປະຊາຊົນຊາບວ່າ: ນັບຕັ້ງແຕ່ວັນທີ 27 ຕຸລາ ຫາ ວັນທີ 3 ພະຈິກ 2017 ຜ່ານມາ ໂຮງໝໍ ມະໂຫສົດ ຮ່ວມກັບ ຊ່ຽວຊານຈາກ ສປ ຈີນ ໄດ້ຈັດໂຄງການຜ່າຕັດແກ່ນຕາຂຸ້ນຂື້ນ ເພື່ອຈະໄດ້ມີການກວດພະຍາດຕາ ແລະ ຂັດເລືອກເອົາຄົນເຈັບ ເພື່ອຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃນການປື່ນປົວ ເຊິງຜູ້ທີ່ໄດ້ຖືກຂັດເລືອກເຂົ້າໃນການຜ່າຕັດ ຈະໄດ້ທໍາການຜ່າຕັດ ໃນວັນທີ 6 ພະຈິກ ຫາ 18 ພະຈິກ 2017 ສະນັ້ນໃນມື້ວານນີ້ ທີມຂ່າວຂອງພວກເຮົາ ຈຶ່ງໄດ້ໄປເກັບກໍາຂໍ້ມູນ ທີ່ ໂຮງໝໍມະໂຫສົດ ເຫັນວ່າ ໂຄງການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼື່ອ ແລະ ສະໜັສະໜູນຈາກ ຊ່ຽວຊານ ສປ ຈີນ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງຫຼວງຫລາຍ ຊຶ່ງມີຜູ້ທີ່ເຂົ້າຮ່ວມ ຜ່າຕັດແກ່ຕາຂຸ້ນ ໃນຄັ້ງນີ້ເຖິງ 700 ກວ່າຄົນ ໃນແຕ່ລະມື້ແມ່ນສາມາດ ຮອງຮັບ ຜ່າຕັດປີ່ນປົວ ໃຫ້ແກ່ຄົນເຈັບໄດ້ຈໍານວນ 50 – 70 ຄົນ/ມື້.
ຈາກການສໍາພາດຄວາມຮູ້ສຶກ ຜູ້ທີ່ເຂົ້າຮ່ວມໂຄງການຜ່າຕັດແກນຕາຂຸ້ນຄັ້ງນີ້ ເຫັນວ່າ ເຂົາເຈົ້າມີຄວາມດີໃຈ ທີ່ມີໂຄງການດີໆ ແບບນີ້ ແລະ ເຮັດໃຫ້ເຂົ້າເຈົ້າໄດ້ກັບມາ ເບິ່ງເຫັນອີກຄັ້ງໜຶ່ງ ນອກຈາກນັ້ນຍັງເຮັດໃຫ້ ການໄປມາສະດວກສະບາຍ ສາມາດຊ່ວຍເຫຼື່ອຕົນເອງໄດ້ຫລາຍຂື້ນຫລັງຈາກທີ່ໄດ້ຮັບການຜ່າຕັດ ແລະ ນອກນັ້ນ ຜູ້ທີ່ເຂົ້າຮ່ວມໂຄງການຍັງໄດ້ຝາກຂອບໃຈ ການນໍາພັກ-ລັດ, ທີມແພດ ຊ່ຽວຊາຈາກ ສປ ຈີນ ແລະ ພະນັກງານແພດໝໍ ໂຮງໝໍມະໂຫສົດ ທີ່ໄດ້ຈັດ ໂຄງການດີໆແບບນີ້ຂື້ນ ເພື່ອຊ່ວຍເຫຼື່ອຜູ້ທີ່ມີບັນຫາທາງດ້ານສາຍຕາ ແລະ ກໍຢາກໃຫ້ມີໂຄງການແບບນີ້ອີກ ເພື່ອເຮັດໃຫ້ການຊ່ວຍເຫຼື່ອ ຜູ້ທີ່ມີບັນຫາ ແກ່ນຕາຂຸ້ນ ຢ່າງກ້າວຂວາງ ແລະ ທົ່ວເຖິງ.
Editor: ກຳປານາດ ລັດຖະເຮົ້າ