ເມືອງໂພນທອງ ເປັນເມືອງໜຶງ ທີ່ມີຊາຍແດນຕິດກັບ ເມືອງປາກເຊ ແຂວງຈຳປາສັກ ມີພື້ນຖານໂຄ່ງລ່າງທີ່ອຸດົມສົມບູນ, ການພັດທະນາເສດຖະກິດ-ສັງຄົມ ສົກປີ 2017 ໂດຍສະເພາະ ວຽກງານການເງິນ ແຜນລາຍຮັບປີ 2017 ຈຳນວນ 11 ຕື້ 600 ລ້ານກ່ວກີບ ການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານ ໃນ 10 ເດືອນຜ່ານມາ ຮອດປັດຈຸບັນ ສາມາດເກັບໄດ້ 4 ຕື້ 608 ລ້ານກ່ວາກີບ
ດັ່ງທ່ານ ຂັນຄໍາ ສຸລິວົງ ເຈົ້າເມືອງເມືອງໂພນທອງ ໄດ້ໃຫ້ສໍາພາດ ຕໍ່ທີມງານຂ່າວ ວ່າ ກ່ຽວກັບວຽກງານສົງເສີມກະສິກໍາຢູພາຍໃນເມືອງໂພນທອງ ເຊິ່ງປະຈຸບັນນີ້ ປະຊາຊົນຊາວເມືອງໂພນທອງກໍາລັງຂຸ້ນຂ້ຽວເກັບກ່ຽວຜົນຜະເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ ເຊິ່ງມີເນື້ອທີ່ ທຳການຜະລິດທັງໝົດ 35,040 ເຮັກຕາ ໃນນັ້ນເປັນນາປະເຮື້ອ 1.762 ເຮັກຕາ ປັນດໍາຕົວຈິງ 33,278 ເຮັກຕາ, ນາຖືກນໍ້າຖ້ວມ ເສຍຫາຍ 88,151 ເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ 33,189 ເຮັກຕາມາຮອດປັດຈຸບັນສາມາດເກັບກ່ຽວເຂົ້ານາປີໄດ້ທັງໝົດ 70 ສ່ວນຮ້ອຍ ໃນເນື້ອທີ່ນາ 23,233 ເຮັກຕາ ສະມັດຕະພາບທົ່ວເມືອງສະເລ່ຍໄດ້ 3,5 ໂຕນຕໍ່ເຮັກຕາ ຄາດວ່າຮອດກາງເດືອນພະຈິກ ນີ້ຈະສຳເລັດ ຮ້ອຍສ່ວນຮ້ອຍ. ສໍາລັບແຜນການປູກເຂົ້ານາແຊງສົກປີ 2017-2018 ແມ່ນມີ 2 ເປົ້າໝາຍ 4 ໂຄງການ ລຽບຕາມແຄມແມ່ນໍ້າຂອງ ເຊິ່ງມີເນື້ອທີ່ທຳການຜະລິດ 90 ກ່ວາເຮັກຕາ ແລະ ປູກພືດເປັນສິນຄ້າ 1,161 ເຮັກຕາ
ທ່ານ ຄໍາພຽນ ເພຍສາຂາ ຫົວໜ້າຫ້ອງການ ແລະ ກະສິກໍາປ່າໄມ້ເມືອງໂພນທອງ ໄດ້ໃຫ້ສຳພາດຕື່ມອີກ ກ່ຽວກັບການປູກພືດລະດູແລ້ງ ຂອງຊາວກະສິກອນ ໄດ້ເລີມແຕ່ເດືອນກັນຍາ ເປັນຕົ້ນໄປສ່ວນຫລາຍຊາວກະສິກອນມັກຈະປູກພືດຜັກກິນໃບ ພືດກິນ ໝາກ ເປັນຕົ້ນແມ່ນ ຜັກສະລັດ, ຜັກຫອມ, ຜັກບົ່ວ ແລະ ຜັກອື່ນໆ ເພື່ອສົ່ງຂາຍຢູຕະຫລາດ ເມືອງໂພນທອງ ແລະ ຕະຫລາດເມືອງປາກເຊ.
ຂອບໃຈ ທີມຂ່າວ ຖວທ ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ