ປັດຈຸບັນຂົວຂ້າມໄມ້ປ່ອງແມ່ນ້ຳເຊໂດນ ທີ່ເຊື່ອມຕໍ່ລະຫວ່າງ ຄຸ້ມຄຳຢາດ ຫາ ຄຸ້ມຄີລີ ບ້ານໃຫ່ຍພັດທະນາຄີລີ ກຸ່ມ 2 ເມືອງຊະນະສົມບູນ ໄດ້ເປີດການນຳໃຊ້ຂື້ນຢ່າງເປັນທາງການແລ້ວ ໃນຕົ້ນເດືອນພະຈິກ 2017 ຜ່ານມາ ເຊີ່ງ ທ່ານ ສິນປະເສີດ ພັນທະນາໄລ ເລຂາໜ່ວຍພັກບ້ານ ນາຍບ້ານໃຫຍ່ພັດທະນາຄີລີ ລາຍງານໃຫ້ຮູ້ວ່າ: ພາຍຫຼັງທີ່ລະດູຝົນໄດ້ພັດຜ່ານກ້າວເຂົ້າສູ່ລະດູແລ້ງກໍ່ຄືໃນລະຫວ່າງຕົ້ນເດືອນຕຸລາຂອງທຸກໆປີ, ທາງອໍານາດການປົກຄອງບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ ຄຸ້ມບ້ານຄຳຢາດ ຈຳນວນຫຼາຍ 10 ກວ່າຄອບຄົວ ໄດ້ພ້ອມພຽງສາມັກຄີກັນກໍ່ສ້າງຂົວຂ້າມໄມ້ປ່ອງແມ່ນ້ຳເຊໂດນຂື້ນ. ຂົວແຫ່ງດັ່ງກ່າວນີ້: ແມ່ນໄດ້ເລີມກໍ່ສ້າງແຕ່ຕົ້ນເດືອນ ຕຸລາ 2017 ຫາທ້າຍເດືອນດຽວກັນ ຈິ່ງສຳເລັດນີ້: ໂຄງສ້າງເຮັດດ້ວຍໄມ້ ມີລວງຍາວ 170 ແມັດ, ກ້ວາງ 180 ຊັງຕີແມັດ, ໃນນັ້ນ : ເສົາ ແລະ ຄານ ເຮັດດ້ວຍໄມ້ຈິ່ງມີຈຳນວນຫຼາຍຮ້ອຍຕົ້ນ , ຮາວ ແລະ ຕົງ ເຮັດດ້ວຍໄມ້ປ່ອງ ຄື : ໄມ້ສ້າງໄພ, ໄມ້ໃຜ່ບ້ານຫຼາຍຮ້ອຍລຳ, ປູດ້ວຍແປ້ນ. ເຊີ່ງສາມາດຮັບນ້ຳໜັກໄດ້ພຽງຍານພາຫານະຄະໜາດນ້ອຍບໍເກີນ 1 ໂຕນເປັນຕົ້ນແມ່ນ ລົດຈັກ,ລົດຖີມ ໂດຍສະເລ່ຍຄວາມເລີກ ຈາກພື້ນດີນຂື້ນຫາໜ້ານ້ຳ 5 ແມັດ,ຄວາມສູງຂອງຂົວຈາກລະດັບໜ້ານ້ຳພື້ນຂົວ 2 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດໃນຄັ້ງນີ້ ເປັນຈຳນວນເງີນ 11.700.000 ກີບ. ທືນທີ່ໃຊ້ເຂົ້າໃນການກໍ່ສ້າງ ແມ່ນໄດ້ຈາກການສຳປະທານຂອງຫ້ອງການກຸ່ມ 2 ຂອງເມືອງ, ເພື່ອເປັນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍພໍ່ແມ່ປະຊາຊົນມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດ.
ທ່ານ ສິນປະເສີດ ພັນທະນາໄລ ເລຂາໜ່ວຍພັກບ້ານ ນາຍບ້ານໃຫ່ຍພັດທະນາຄີລີ ໃຫ້ຮູ້ຕື່ມອິກວ່າວ່າ: ຂົວຂ້າມແຫ່ງນີ້ ແມ່ນສາມາດຮັບໃຊ້ໄດ້ລະດູດ່ຽວ ຄື: ລະດູແລ້ງ ເປົ້າໝາຍກໍ່ເພື່ອເຮັດໃຫ້ການຄົມມະນາຄົມຄົນສົ່ງ ໄປ-ມາຫາສູ່ ຂອງພໍ່ແມ່ ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ພາຍໃນເມືອງ ແລະ ຕ່າງເມືອງ ທີ່ມີເສັ້ນທາງໄປມາເຊື່ອມຕໍ່ກັນ ໄດ້ມີຄວາມສະດວກ ສະບາຍ ວ່ອງໄວດີຂື້ນກ່ວາເກົ່າ.ນອກຈາກນັ້ນຍັງເປັນການສ້າງຜົນງານຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ - ຂອງຊາດ ເວົ້້າລວມເວົ້າເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້.
Editor: ກຳປານາດ ລັດຖະເຮົ້າ