ມາເຖິງປະຈຸບັນ ຊາວກະສິກອນເມືອງຊຳໃຕ້ ແຂວງຫົວພັນ ໄດ້ພ້ອມກັນຂຸ່ນຄ່ຽວເອົາໃຈໃສ່ເກັບກ່ຽວມ້ຽນມັດຜົນຜະລິດເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ ແລະ ສາມາດເກັບກ່ຽວສຳເລັດໄປແລ້ວ ປະມານ 90 ສ່ວນຮ້ອຍ. ຄາດວ່າໃນກາງເດືອນພະຈິກທີ່ຈະມາເຖິງນີ້ ແມ່ນຈະໃຫ້ສໍາເລັດ 100%. ເປັນຕົ້ນບາງບ້ານ, ບາງຄອບຄົວທີ່ປູກເຂົ້າແນວພັນໃໝ່ ສ່ວນຫຼາຍແມ່ນສໍາເລັດ ແລ້ວ100%, ຍັງມີບາງຄອບຄົວທີ່ປູກແນວເຂົ້າພັນຟື້ນເມືອງ ເຂົ້າໄກ່ນ້ອຍ ແລະ ນາຖ້ານໍ້າ ທີ່ດໍາຫຼ້າແມ່ນກຽມຈະສຳເລັດ. ນອກນີ້ ປະຊາຊົນສ່ວນຫຼາຍແມ່ນປູກເຂົ້າເນີນສູງ (ເຂົ້າໄຮ່ ) ແລະ ກຽມຈະສຳເລັດເຊັ່ນດຽວກັນ. ທົ່ວເມືອງຊຳໃຕ້ ມີເນື້ອທີ່ນາທັງໝົດ 1 ພັນກ່ວາເຮັກຕາ ສະມັດຕະພາບ 4,5 ໂຕນຕໍ່ເຮັດຕາ, ແລະ ເຂົ້າໄຮ່ 2 ພັນກ່ວາເຮັດຕາ, ສະມັດຕະພາບໄດ້ 3 ໂຕນຕໍ່ເຮັດຕາ. ນອກນີ້ ປະຊາຊົນຍັງໄດ້ເລີ່ມເອົາໃຈໃສ່ປູກພືດປູກພືດລະດູໃຫ້ຫຼາຍ ກາຍເປັນສິນຄ້າໃນເນື້ອທີ່ 500 ກວ່າເຮັກຕາ ແລະ ລ້ຽງສັດປະເພດງົວ 13 ພັນກ່ວາໂຕ, ຄວາຍ 6 ກ່ວາໂຕ, ແບ້ 1 ພັນກ່ວາໂຕ, ໝູ 19 ພັນກ່ວາໂຕ, ປາ 1 ແສນກ່ວາໂຕ ແລະ ສັດປິກ 1 ແສນກ່ວາໂຕ ເພື່ອເປັນເງື່ອນໄຂເຮັດໃຫ້ເຂົາເຈົ້າສາມາດສ້າງລາຍຮັບມາພັດທະນາຊີວີດການເປັນຢູ່ໃຫ້ນັບມື້ດີຂື້ນ ແລະ ກ່າວໄປສູ່ຄວາມຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຂອບໃຈ ພາບ ແລະ ບົດ ທີມຂ່າວ ຫ້ອງການ ຖວທ ເມືອງຊໍາໄຕ້ ແຂວງຫົວພັນ
Editor: ກຳປານາດ ລັດຖະເຮົ້າ