ເພຶ່ອເປັນການກະຕຸກຊຸກຍູ້ບັນດາໂຄງການກໍ່ສ້າງໃນດ້ານຕ່າງໆຢູ່ແຂວງ ບໍລິຄໍາໄຊ ໄດ້ມີການຈັດຕັ້ງປະຕິບັດ ແລະ ດໍາເນີນໄປຢ່າງຕໍ່ເນື່ອງ, ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ທ່ວງທັນຕາມເວລາທີໄດ້ກໍານົດໄວ້. ໃນຕອນເຊົ້າວັນທີ 6 ພະຈິກ 2017 ນີ້ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງສໍາຫຼວດເບິ່ງເຂດພື້ນທີ ການບຸກເບີກໂຄງການກໍ່ສ້າງສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ຢູ່ທີ ບ້ານອານຸສອນໄຊ ເມືອງປາກຊັນ,ແຂວງບໍລິຄໍາໄຊ. ໂອກາດນີ້ ຄະນະຮັບຜິດຊອບອານຸສາວະວີ ທ່ານ ສີສົມພອນ ລໍວັນໄຊ ແລະ ຕ່າງໜ້າຜູ້ຮັບເໝົາໂຄງການກໍ່ສ້າງ ຍັງໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິວັດວຽກງານດ້ານຕ່າງໆ ໃນໄລຍະຜ່ານມາ ແລະ ທີດທາງແຜນການຕໍ່ໜ້າ ພ້ອມທັງສະເໜີຂໍ້ສະດວກ - ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງວຽກງານໃນບາງດ້ານ ໃຫ້ກັບທ່ານເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະໄດ້ຮັບຊາບ ເປັນຕົ້ນແມ່ນ ການປະດັບປະດາຕົບແຕ່ງ ສວນດອກໄມ້. ການຕິດຕັ້ງລະບົບໄຟຟ້າ - ນໍ້າປະປ, ສະຖານທີຈອດລົດ, ການກໍ່ສ້າງຮອງລະບາຍນໍ້າ. ການບຸກເບີກພື້ນທີ່ຂອງໂຄງການກໍ່ສ້າງ, ການຍົກຍ້າຍສໍານັກງານຫ້ອງການ ທີຖືກຜົນກະທົບ ແລະ ວຽກງານໃນດ້ານອື່ນໆ.
ທ່ານເຈົ້າແຂວງ ບໍລິຄໍາໄຊ ໄດ້ຮຽກຮ້ອງໃຫ້ ຄະນະຮັບຜິດຊອບໂຄງການກໍ່ສ້າງດັ່ງກ່າວ. ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕໍ່ເນື່ອງ. ພ້ອມທັງປຶກສາຫາລືແບ່ງຄວາມຮັບຜິດຊອບ ບັນດາໜ້າວຽກງານຂອງຕົນຮ່ວມກັນຢ່າງລະອຽດ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງຢ່າງເປັນປະຈໍາ. ຖ້າຫາກວ່າ ສະຖານທີດັ່ງກ່າວກໍ່ສ້າງສໍາເລັດ ແມ່ນຈະສ້າງຄວາມພາກພູມໃຈ ໃຫ້ກັບມ່ວນຊົນຊາວແຂວງບໍລິຄໍາໄຊ ຢ່າງຫຼວງຫຼາຍ ເວົ້າລວມເວົ້າສະເພາະ ກໍ່ຄື ຊາວເມືອງປາກຊັນ. ເຖິງຢ່າງໃດກໍ່ຕາມ ຄະນະພັກ - ອໍານາດການປົກຄອງແຂວງບໍລິຄໍາໄຊ ແຕ່ລະຂັ້ນ. ກໍ່ໄດ້ມີຄວາມບຸກບື່ນ ຮ່ວມມືກັນເອົາໃຈໃສຕໍ່ວຽກງານດັ່ງກ່າວຢ່າງຕັ້ງໜ້າ ເພຶ່ອສ້າງສະຖານທີີດັ່ງກ່າວ ກາຍເປັນ ຈຸດດຶ່ງດູດ ເຕົ້າໂຮມຄວາມສາມັກຄີ. ເປັນສະຖານທີພັກຜ່ອນ ບ່ອນຍ່າງຫຼິ້ນອອກກໍາລັງກາຍຂອງມ່ວນຊົນ ແລະ ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຂອບໃຈພາບ ແລະ ບົດ ທີມຂ່າວພະແນກ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ