"ບຸນກຳບ້ານ ເຜົ່າໄຕດຳ ຢູທີ່ບ້ານທອງໄຄວຽງ ເມືອງຄຳ, ແຂວງຊຽງຂວາງ"
ເມື່ອອາທິດຜ່ານມາ, ອຳນາດການປົກຄອງ, ເຖົ້າແກ່ແນວໂຮມ ບ້ານ ນາທອງໄຄ້ວຽງ ໄດ້ຈັດງານບຸນກຳບ້ານຂື້ນ ທີ່ບ້ານ ນາທອງໄຄ້ວຽງ ເມືອງຄຳ, ແຂວງຊຽງຂວາງ. ຈຸດປະສົງຫລັກກໍ່ເພື່ອເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກໍ່ຄືຂອງຊາດ ແລະ ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງເຜົ່າກັບເຜົ່າ ແລະ ເພື່ອເຮັດໃຫ້ຊາວໜຸ່ມ, ໄວໜຸ່ມລຸ້ນຫລັງ ໄດ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງຮີດຄອງປະເພນີໃນການຮັກສາສືບທອດກັນໄປແຕ່ລະຮຸ່ນ. ຈາກການລາຍງານຂອງ "ທ່ານ ທອງໄຫຼ ໄຊນາຮັກ" ຮອງເລຂາພັກບ້ານ, ຮອງນາຍບ້ານ-ບ້ານ ນາທອງໄຄ້ວຽງ ໄດ້ກ່າວວ່າ: ບ້ານ ນາທອງໄຄ້ວຽງ ເປັນບ້ານໜຶ່ງທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີຄວາມດຸໝັ່ນໃນການຜະລິດ. ບ້ານ ນາທອງໄຄ້ວຽງ ໄດ້ສ້າງຕັ້ງຂື້ນໃນປີ 1720 ໂດຍໄດ້ອົບພະຍົບມາແຕ່ເມືອງຮ້ຽມ ເຊິ່ງຊີ້ນຳ-ນຳພາໂດຍ "ທ່ານ ເພຍເຈົ້າປ້ອງ" ແລະ "ເພຍເຈົ້າສົມ" ໃນໄລຍະນັ້ນ ບ້ານ ນາທອງໄຄ້ວຽງ ປະກອບມີ 2 ເຜົ່າຊົນ. ປະຈຸບັນບ້ານນາທອງໄຄ້ວຽງ ປະກອບມີ 82 ຫຼັງຄາເຮືອນ, ມີ 77 ຄອບຄົວ, ພາຍໃນບ້ານຍັງໄດ້ຖືເອົາອາຊີບຫຼັກໃນການປູກຝັງລ້ຽງສັດ ແລະ ມີອາຊີບເສີມ ໃນການຕ່ຳຫູກທໍ່ໄໝ, ປູກພືດລະດູແລ້ງ, ສາມາດສ້າງລາຍຮັບເຂົ້າບ້ານໄດ້ເຖິງ 6,9 ຕື້ກວ່າກີບ. ຫຼັງຈາກນັ້ນໃນງານບຸນກໍ່ຍັງໄດ້ມີການສ້າງຂະບວນການຕາມຮີດຄອງປະເພນີ ທີ່ສືບທອດກັນມາຍາວນານເຊັ່ນ: ຕີໝາກຂ່າງ, ດຶງສ້າວ(ດືງໄມ້), ຫຼີ້ນໝາກຄ້ອງ, ຫຼີ້ນໝາກແລ້. ແລ້ວຄົບງັນກັນ 3 ມື້ 2 ຄືນ ເຕັມໄປດ້ວຍບັນຍາກາດຟົດ ຟື້ນມ່ວນຊື່ນ ຂອງພໍ່ແມ່ປະຊາຊົນ .