ທ່ານ ພັນໂທ ທະນົງສັກ ສີວົງດາວ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຄະນະໜ່ວຍສະເພາະກິດ ກ່າວໃນກອງປະຊຸມສະຫຼຸບວຽກງານ ວັນທີ 17 ຕຸລາ 2017 ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງຄະນະກໍາມະການປະທານ ປກຊ-ປກສ ແຂວງ ແລະ ກົດໝາຍທີ່ກ່ຽວຂ້ອງ; ໜ່ວຍສະເພາະກິດເກັບກູ້ອາວຸດເສິກ ແລະ ອາວຸດລ່າເນື້ອ, ອຸປະກອນຫາປາ ຈຶ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 14 ສິງຫາ-17 ຕຸລາ 2017 ( ລວມທັງໝົດ 63 ວັນ ) ສາມາດເກັບກູ້ອາວຸດເສິກ, ອາວຸດລ່າເນື້ອ ແລະ ອຸປະກອນຕ່າງໆທີ່ຜິດຕໍ່ລະບຽບກົດໝາຍ ທັງໝົດ 614 ຢ່າງ; ໃນນັ້ນ, ເກັບກູ້ໄດ້ອາວຸດເສິກ ຈໍານວນ 50 ກະບອກ ປະກອບມີ: ປືນ ອາກາ AK ຈໍານວນ 12 ກະບອກ, ປືນ ອາກາເຊ AKC ຈໍານວນ 5 ກະບອກ, ປືນ ເຊກາເຊ CKC ຈໍານວນ 5 ກະບອກ, ປືນ ເອັມ 16 ຈໍານວນ 1 ກະບອກ, ປືນກາລາບີນ 3 ກະບອກ, ປືນ ເຄ 54 k54 ຈໍານວນ 8 ກະບອກ, ເຄ 59 k59 ຈໍານວນ 9 ກະບອກ, ປືນ ເຕ 77 T77 ຈໍານວນ 2 ກະບອກ, ປືນກະລັງ 1 ກະບອກ, ປືນວໍທີ 1 ກະບອກ, ປືນໂກຼນ 1 ກະບອກ, ປືນ 7,65 ຈໍານວນ 1 ກະບອກ, ໝາກແຕກ 1 ໜ່ວຍ; ປະເພດອາວຸດລ່າເນື້ອ ຈໍານວນ 360 ກະບອກ, ປືນແວ໋ງ 27 ກະບອກ, ປືນແກັບ 331 ກະບອກ, ປືນລູກ 9 ຈຳນວນ 1 ກະບອກ, ປືນລົມ 1 ກະບອກ; ນອກນັ້ນ, ມີໝໍ້ຊ໋ອດປາ ຈໍານວນ 28 ໜ່ວຍ, ຈັກສະຕິນ 58 ເຄື່ອງ ແລະ ລູກປືນ 118 ລູກ.
ທ່ານພັນເອກ ຈວງຈັນ ລາດສະວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງບໍລິຄຳໄຊ ປະທານໜ່ວຍສະເພາະກິດ ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າ-ຊາວຂາຍ, ນັກທຸລະກິດ ແລະ ພໍ່-ແມ່ປະຊາຊົນ ໃຫ້ເຂົາເຈົ້າຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການນໍາໃຊ້ອາວຸດເສິກ ແລະ ອາວຸດລ່າເນື້ອໄວ້ໃນຄອບຄອງທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈິງໃຈນໍາມາມອບໃຫ້ຕໍ່ເຈົ້າໜ້າທີ່ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ມີສະຖຽນລະພາບທາງດ້ານການເມືອງ; ນອກນີ້, ຮຽກຮ້ອງມາຍັງຜູ້ທີ່ມີອາວຸດເຖື່ອນໄວ້ໃນຄອບຄອງ ຈົ່ງນໍາເອົາອາວຸດມາສົ່ງ ຫຼື ມອບໃຫ້ຄະນະຮັບຜິດຊອບເກັບກູ້ຕາມກຳນົດເວລາທີ່ໄດ້ກໍານົດໄວ້, ຕໍ່ກັບເປົ້າໝາຍທີ່ມີອາວຸດໄວ້ໃນຄອບຄອງ ທີ່ບໍ່ນໍາມາມອບໃຫ້ກັບຄະນະຮັບຊອບ ຈະໄດ້ດໍາເນີນການປະຕິບັດເຮັດບົດບັນທຶກສືບສວນ-ສອບສວນດໍາເນີນຕາມລະບຽບກົດໝາຍ.
Editor: ຫນັງສືພິມຄວາມສະຫງົບ