ການພັດທະນາວຽກງານຂະແໜງການທ່ອງທ່ຽວ ຖືເປັນວຽກງານໜຶ່ງທີ່ສໍາຄັນ ທີ່ແຂວງອຸດົມໄຊ ເອົາໃຈໃສ່ໃນການປັບປຸງຍົກລະດັບຕະຫຼອດມາຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເພື່ອດຶງດູດນັກທ່ອງທ່ຽວ ເຊິ່ງອີງຕາມບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 3 ປີຜ່ານມາ 2015 –2017 ເຫັນວ່າ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ພາຍໃນແຂວງອຸດົມໄຊປະມານ508,874 ຄົນ.
ວຽກງານການທ່ອງທ່ຽວຂອງແຂວງອຸດົມໄຊ ໃນລະຍະ 3 ປີຜ່ານມານີ້ ຖືວ່າໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ທັງດ້ານພື້ນຖານໂຄງລ່າງ, ບຸກຄະລາກອນ ແລະ ດ້ານວຽກງານວິຊາສະເພາະ ເປັນຕົ້ນແມ່ນ ການກຳນົດ ແລະ ສ້າງແຜນຍຸດທະສາດ, ວິໄສທັດການພັດທະນາການທ່ອງທ່ຽວເຊື່ອມໂຍງ ລະຫວ່າງ 8 ແຂວງພາກເໜືອ 2016–2020, 2025–2030, ການເຄື່ອນໄຫວຊີ້ນໍາໆພາ ແລະ ຄຸ້ມຄອງບັນດາຫ້າງຮ້ານ, ເຮືອນພັກ, ໂຮງແຮມ ແລະ ການບໍລິການອື່ນໆ ໃຫ້ມີປະສິດທິພາບ ແລະ ຖືກຕາມລະບຽບຫຼັກການ, ອຳນວຍຄວາມສະດວກໃຫ້ແກ່ບັນດາທຸລະກິດພາຍໃນ ແລະ ຕ່າງປະເທດ, ສ້າງຕັ້ງບໍລິສັດ, ບໍລິການທ່ອງທ່ຽວ, ຍົກລະດັບການສະໜອງຂໍ້ມູນ– ຂ່າວສານ ການທ່ອງທ່ຽວພາຍໃນ ໃຫ້ມີຄວາມສະດວກ ແລະ ເຂົ້າເຖິງໄດ້ງ່າຍຂຶ້ນ ການປັບປຸງ ແລະ ພັດທະນາ ທັງໝົດນັ້ນ ເປົ້າໝາຍກໍ່ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາແຂວງອຸດົມໄຊ ໃຫ້ນັບມື້ເພີ່ມຂຶ້ນ ເຊິ່ງໃນໄລຍະ 3 ປີຜ່ານມາ ມີຕົວເລກປະມານ 508,874 ຄົນ. ໃນນັ້ນ, ເປັນນັກທ່ອງທ່ຽວພາຍໃນປະເທດ 197,477 ຄົນ ແລະ ຕ່າງປະເທດ 309,397 ຄົນ ແລະ ສາມາດສ້າງລາຍຮັບໃຫ້ແກ່ແຂວງອຸດົມໄຊ ໄດ້ສູງເຖິງ 30 ກວ່າລ້ານໂດລາສະຫະລັດ.
ສ່ວນທິດທາງແຜນການໃນຕໍ່ໜ້າ ທາງແຂວງອຸດົມໄຊ ໄດ້ວາງເປົ້າໝາຍໃນການພັດທະນາວຽກງານການທ່ອງທ່ຽວຢ່າງລະອຽດ ໂດຍກໍານົດການພັດທະນາແຕ່ລະເມືອງ ຕາມທ່າແຮງ ແລະ ຄວາມເໝາະສົມຂອງຕົນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາແຂວງອຸດົມໄຊ ໃຫ້ນັບມື້ເພີ່ມຂຶ້ນ ແລະ ຍົກລະດັບວຽກງານການທ່ອງທ່ຽວຂອງແຂວງໃຫ້ມີປະສິດທິພາບ ລວມທັງແນໃສ່ພັດທະນາເສດຖະກິດສັງຄົມຂອງແຂວງ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
Editor: ຕະວັນ ແສງສະຫວັນ