ຄະນະຈັດຕັ້ງ ເມືອງລະຄອນເພັງ ຈັດພິທີ ມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງຮູ້ນໍາຮອບດ້ານ
ເພື່ອຢັ້ງຢືນຜົນສໍາເລັດ ໃນການສ້າງໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ຂອງ 4 ໜ່ວຍພັກສໍານັກງານອ້ອມ ເມືອງ ລະຄອນເພັງ ແລະ ມອບບັດສະມາຊິກພັກໃຫ້ສາມາຊິກພັກສົມບູນຜູ້ດີເດັ່ນ.
ໃນເມື່ອບໍ່ດົນນີ້ ຢູ່ທີ່ສະໂມສອນເມືອງ ລະຄອນເພັງ ໄດ້ມີພິທີມອບໃບຢັ້ງຢືນ ໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນຜູ້ດີເດັ່ນ ໂດຍການເປັນປະທານຂອງທ່ານ ພັນຕີ ບຸນທະວີ ພິມມະສານ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງມີເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ສັງວານ ນ້ອຍວັນສີ ຕ່າງໜ້າໃຫ້ 4 ໜ່ວຍພັກ ໄດ້ລາຍງານ ຜົນສໍາເລັດໃນການກໍ່ສ້າງໜ່ວຍພັກເຂັ້ມ ແຂງຮູ້ນໍາພາຮອບດ້ານຂອງ 4 ໜ່ວຍພັກ, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ, ດ້ານດີ, ດ້ານອ່ອນ,ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການສືບຕໍ່ປີ 2017. ຈາກນັ້ນ, ທ່ານ ສົມພອນ ຄໍາໂສພາ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 212, 213, 214, 215/ຄຈພຂ.ສວ ວ່າດ້ວຍການຮັບຮອງເອົາ ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກເມືອງລະຄອນເພັງ ເປັນໜ່ວຍເຂັ້ມແຂງຮູ້ນໍາພາຮອບດ້ານ ແລະ ຂໍຕົກລົງ ເລກທີ 120/ຄຈພຂ.ສວ ວ່າດ້ວຍ: ການຮັບຮອງອອກບັດໃຫ້ສະມາຊິກພັກສົມຜູ້ທີ່ໄດ້ຕາມມາດຖານ. ສໍາລັບ 4 ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງຄັ້ງນີ້ປະກອບມີ: ໜ່ວຍພັກຄະນະກວດກາ, ໜ່ວຍພັກຄະນະໂຄ ສະນາອົບຮົມ, ໜ່ວຍພັກຄະນະຈັດຕັ້ງ ແລະ ໜ່ວຍພັກແຜນການ ແລະ ການລົງທຶນ ເຊິ່ງທັງ 4 ໜ່ວຍພັກແມ່ນເປັນໜ່ວຍພັກເຂັ້ມແຂງສະໄໝທີ I.
ສ່ວນສະມາຊິກສົມບູນສະເພາະເມືອງ ລະຄອນເພັງ ທີ່ໄດ້ຮັບບັດໃນຄັ້ງນີ້ລວມມີ 43 ທ່ານ, ຍິງ 10, ແບ່ງເປັນສະມາຊິກພັກສໍານັກງານອ້ອມຂ້າງເມືອງ 20 ທ່ານ, ຍິງ 8 ທ່ານ ແລະ ສະມາຊິກພັກຂັ້ນຮາກຖານ 23 ທ່ານ, ຍິງ 1 ທ່ານ. ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ແລະ ບັດສະມາຊິກພັກສົມບູນຜູ້ດີເດັ່ນ ໂດຍທ່ານ ພັນຕີ ບຸນທະວີ ພິມມະສານ ຮອງເລຂາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ.
Editor: ດາວໄຊ ສີວິໄລ