ຕອນເຊົ້າຂອງວັນທີ 6 ພະຈິກ 2017 ນີ້ ຢູ່ທີ່ເຂື່ອນນ້ຳທາ 3, ແຂວງຫລວງນ້ຳທາ ໄດ້ຈັດພິທີປ່ອຍປາຜາລົງສູ່ວັງນ້ຳເຂື່ອນນ້ຳທາ3, ໂດຍການເຂົ້າຮ່ວມຂອງທ່ານ ຄຳແດງ ທຳມະແສງ ຮອງຫົວ ໜ້າດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນ້າທາ, ທ່ານ ໂພທິສັກ ພາພວມແພງ, ຮອງຫົວໜ້າກອງກວດກາປ່າໄມ້ແຂວງຫຼວງນ້ຳທາ, ມີພະນັກງານວິຊາການເຂົ້າຮ່ວມ.
ທ່ານ ໂພທິສັກ ພາພວມແພງ, ຮອງຫົວໜ້າກອງກວດກາປ່າໄມ້ແຂວງຫຼວງນ້າທາ ກ່າວວ່າ: ເຈົ້າໜ້າທີ່ດ່ານບໍ່ເຕ່ນ ຍືດໄດ້ປາຝາ ໃນວັນທີ 5 ພະຈິກ 2017 ນີ້ ຈາກພໍ່ຄ້າຊາວຈີນ ທີ່ລັກລອບນຳສັດນໍ້າທີ່ຜິດຕໍ່ລະບຽບກົດໝາຍວ່າດ້ວຍສັດນ້ຳສັດປ່າ ເຊິ່ງ ປາຝາ ທີ່ນຳມາປ່ອຍໃນຄັ້ງນີ້ມີ 3 ໂຕ ຈຳນວນ 16 ກິໂລ, ມູນຄ່າ 6,657,600 ກີບ, ສັດຈຳນວນດັ່ງກ່າວໄດ້ຮັບຈາກເຈົ້າໜ້າທີ່ພາສີສາກົນບໍ່ເຕ່ນ ເພື່ອມາປ່ອຍສູ່ທຳມະຊາດ ທີ່ໜ້າເຂື່ອນນ້ຳທາ 3, ເພື່ອເຮັດໃຫ້ສັດດັ່ງກ່າວມີຄວາມປອດໄພ ແລະ ແຜ່ພັນສູ່ທຳມະຊາດ.
Editor: ເສດຖະກິດ-ການຄ້າ