ໂຮງຮຽນ ມສ ວັງເປືອຍ ໄດ້ຮັບອາຄານໂຮງຮຽນປະຖົມຫຼັງໃໝ່ ໂດຍການໃຫ້ທຶນຊ່ວຍເຫຼືອຂອງ ທ່ານ ຢາມະດະ ໂກຈິ, ປະທານບໍລິສັດ ຟໍຣໄຊທ໌ ແຫ່ງປະເທດຍີ່ປຸ່ນ. ສະນັ້ນ, ຫ້ອງການສຶກສາທິການ ແລະ ກິລາເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ຂອງ ໂຮງຮຽນ ມສ ວັງເປືອຍ, ໂດຍການເປັນປະທານຂອງ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆ ສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນແຂວງ ມີ ທ່ານ ຄຳໄຫຼ ພົມວິຈິດ ຮອງເຈົ້າເມືອງໆ ເລົ່າງງາມ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມເມືອງ, ມີປະທານບໍລິສັດພໍຣໄຊ ແຫ່ງປະເທດຢີ່ປຸ່ນ, ມີບັນດາຂະແໜງການອ້ອມຂ້າງເມືອງ, ອຳນາດການປົກຄອງບ້ານ ຕະຫຼອດຮອດຄູອາຈານ, ນັກຮຽນ ແລະ ປະຊາຊົນເຂົ້າຮ່ວມ. .
ທ່ານ ວິໄຊ ແສນທະວີສຸກ ຜູ້ອຳນວຍການໂຮງຮຽນ ມ.ສ ວັງເປືອຍ ໄດ້ຜ່ານບົດລາຍງານກ່ຽວກັບການກໍ່ສ້າງໂຮງຮຽນ ມ.ສ ວັງເປືອຍ ຊື່ງໄດ້ເລີ່ມລົງມືປະຕິບັດມາແຕ່ວັນທີ 1 ກຸມພາ 2017 ແລະ ໄດ້ສຳເລັດລົງ ໃນລະຫວ່າງຕົ້ນເດືອນ ສິງຫາ 2017 ນີ້ ໄລຍະການກໍ່ສ້າງ 6 ເດືອນ, ເປັນອາຄານຊັ້ນດຽວ 1 ຫຼັງ, ມີ 6 ຫ້ອງຮຽນ, ກໍ່ດ້ວຍດິນຈີ່ ແລະ ມຸງດ້ວຍສັງກະສີ, ມີລວງຍາວ 24 ແມັດ, ກວ້າງ 9 ແມັດ, ມີຫ້ອງນ້ຳ 1 ຫຼັງ, ມີ 3 ຫ້ອງ ແລະ ອ່າງເກັບນ້ຳ, ລວມມູນຄ່າການກໍ່ສ້າງທັງໝົດ 484 ລ້ານກວ່າກີບ ແລະ ຊຸມຊົນກໍ່ໄດ້ປະກອບສ່ວນເປັນແຮງງານ ແລະ ວັດຖຸຈຳນວນໜຶ່ງ, ໂດຍໄດ້ຮັບທຶນສະໜັບສະໜູນຈາກບໍລິສັດ ພຣໍໄຊ ແຫ່ງປະເທດຢີ່ປຸ່ນ.
ໃນພິທີຄັ້ງນີ້ ກໍ່ໄດ້ມີການມອບ-ຮັບ, ໂດຍໃຫ້ກຽດມອບຂອງທ່ານ ທ່ານ ຢາມາດາ ໂກຈິ ປະທານບໍລິສັດພໍຣໄຊ ແຫ່ງປະເທດຢີ່ປຸ່ນ, ຮັບໂດຍ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ແລະ ໄດ້ມອບຕໍ່ໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນໃນບ້ານດັ່ງກ່າວ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດຕໍ່ລູກຫຼານໃນອະນາຄົດ. ພ້ອມນີ້, ຍັງໄດ້ມີການມອບອຸປະກອນການຮຽນ, ເຄື່ອງຫຼີ້ນກິລາຈຳນວນໜຶ່ງຕື່ມອີກໃຫ້ກັບໂຮງຮຽນ ມສ ວັງເປືອຍ.
Editor: ດາວໄຊ ສີວິໄລ