ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີ ລາຍງານຕໍ່ຜູ້ສືຂ່າວພວກເຮົາວ່າ: ໃນນາມເຈົ້າພາບຈັດການປະຊຸມ AFIC ຄັ້ງທີ 35 ຊຶ່ງຈະຈັດຂື້ນໃນລະຫວ່າງ ວັນທີ 10-11 ພະຈິກ ທີ່ຈະມາເຖິງນີ້ ເຊິ່ງມີການໝູນວຽນໃຫ້ແຕ່ລະປະເທດສະມາຊິກ AFIC ເປັນເຈົ້າພາບນັ້ນ ສປປ ລາວ ກໍຈະຕ້ອງໄດ້ຮັບໜ້າທີ່ ເພື່ອສະແດງເຖິງຄວາມພ້ອມໃນການຜະລິດເປັນສິນຄ້າ ແລະ ທ່າແຮງດ້ານການແຂ່ງຂັນ ເພື່ອຄວ້າໂອກາດໃນຕະຫຼາດພາກພື້ນ ແລະ ສາກົນ.
ສະພາອຸດສາຫະກຳເຟີນີເຈີອາຊຽນ (AFIC) ກໍ່ຕັ້ງຂຶ້ນໃນປີ 1978 ເປັນອົງການການຄ້າໃນພາກພື້ນ ເພື່ອສົ່ງເສີມແຮງບັນດານໃຈໃນອຸດສາຫະກຳເຄື່ອງເຟີນີເຈີອາຊຽນ ປະກອບດ້ວຍສະມາຊິກທີ່ເປັນໂຕແທນຂອງອຸດສາຫະກຳເຄື່ອງເຟີນີເຈີໃນປະເທດສະມາຊິກ ແລະ ໄດ້ຮັບການຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳຂອງອາຊຽນທີ່ກ່ຽວຂ້ອງ ຫຼື ທຽບເທົ່າ ສຳລັບ ສະມາຄົມເຟີນີເຈີລາວ (LFA) ໄດ້ເຂົ້າເປັນສະມາຊິກຂອງ AFIC ໃນປີ 2014 ເປັນຕົ້ນມາ ແລະ ໄດ້ເຂົ້າຮ່ວມກອງປະຊຸມ ການເຄື່ອນໄຫວວຽກງານຕ່າງໆຕາມລະບຽບການທີ່ທາງ AFIC ວາງອອກ ສຳລັບ ວາລະປະຊຸມ AFIC ແມ່ນມີຂຶ້ນທຸກໆ 2 ປີ ເຊິ່ງຈະມີການຜັດປ່ຽນກັນເປັນປະທານ ແລະ ໃນການປະຊຸມ AFIC ຄັ້ງທີ 35 ກໍແມ່ນພາລະບົດບາດຂອງ ສປປ ລາວ ທີ່ຈະສະແດງເຖິງທ່າແຮງບົ່ມຊ່ອນ ແລະ ຄວາມສາມາດຂອງຕົນບົນເວທີຄູ່ຄ້າລະດັບພູມີພາກ.
AFIC ສ້າງຕັ້ງຂຶ້ນເພື່ອຄວາມເຂັ້ມແຂງໃຫ້ສາຍພົວພັນໃນອຸດສາຫະກຳເຟີນີເຈີອາຊຽນ ເພື່ອສົ່ງເສີມການປະສານງານ ແລະ ການຮ່ວມມືລະຫວ່າງຊຸມຊົນທຸລະກິດຜະລິດເຟີນີເຈີອາຊຽນ ເພື່ອສ້າງຄວາມສະດວກ ເລັ່ງ ແລະ ປັບປຸງການເຕີບໃຫຍ່ ແລະ ຄວາມຄືບໜ້າຂອງອຸດສາຫະກຳເຟີນີເຈີໃນຂົງເຂດ ໂດຍມຸ່ງໝັ້ນທີ່ຈະສົ່ງເສີມໂຄງການຮ່ວມມືລະຫວ່າງກຸ່ມອາຊຽນ ແລະ ພັນທະມິດຍຸດທະສາດ AFIC ເຊິ່ງໃນປີນີ້ ສປປ ລາວ ກໍຈະຕາງໜ້າໃຫ້ຊາວຊ່າງເຟີນີເຈີ ແລະ ກຸ່ມການຜະລິດເປັນສິນຄ້າ ນຳສະເໜີພາລະບົດບາດ ແລະ ຄວາມອາດສາມາດດ້ານການປະສານງານຂອງພາກການຜະລິດທຸລະກິດ ແລະ ການສົ່ງອອກຂອງເຟີນີເຈີລາວ ເພື່ອແລກປ່ຽນວິໄສທັດທີ່ສ້າງສັນ ຮູບແບບໃໝ່ ແລະ ເອົາໃຈໃສ່ລະບົບນິເວດ ຮ່ວມກັບກຸ່ມເຟີນີເຈີອາຊຽນ ແນໃສ່ສ້າງໄດ້ອຸດສາຫະກຳສີຂຽວ ແລະ ຍືນຍົງ
Editor: ຕະວັນ ແສງສະຫວັນ