ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊະນະສົມບູນ. ຈັດພິທີເປິດຂະບວນການຮັບໃຊ້ການຜະລິດໃນລະດູແລ້ງ ແລະ ສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ຂື້ນຢ່າງເປັນທາງການ. ໃນວັນທີ 3 ພະຈິກ 2017 ຜ່ານມານີ້ ທີ່ໂຄງການຊົນລະທານບ້ານໃຫ່ຍພັດທະນາຄີລີ,ເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຄຳແດງ ພົມມາພັກດີ ຕ່າງໜ້າໃຫ້ກັບຄະນະພັກ,ອຳນາດການປົກຄອງແຂວງຈຳປາສັກ. ມີຮອງຫົວໜ້າຫ້ອງວ່າການປົກຄອງແຂວງຈຳປາສັກ. ເຂົ້າຮ່ວມມີ ທ່ານ ສຸບັນ ໄຕໄຊຍະວົງ ຮອງເຈົ້າເມືອງໆຊະນະສົມບູນ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງ, ວິຊາການຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ, ແຂກເຊື້ອເຊີນຈາກ 10 ຕົວເມືອງພາຍໃນແຂວງຈຳປາສັກ. ຕະຫຼອດຮອດອຳນາດການປົກຄອງ,ພໍ່ແມ່ປະຊາຊົນບ້ານໃຫ່ຍພັດທະນາຄີລີເຂົ້າຮ່ວມ.
ເພື່ອຊຸກຍູ້ ແລະ ສົງເສີມຂະບວນການຜະລິດຂອງພໍ່ແມ່ປະຊາຊົນໃນຊ່ວງລະດູແລ້ງໃຫ້ໄດ້ຮັບການຈັດຕັ້ງປະຕິບັດທ່ວງທັນຕາມລະດູການ ທ່ານ ເສີດ ມະໂນທຳ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກ່າວວ່າ: ພາຍຫຼັງທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ປະສານສົມທົບກັບອຳນາດການປົກຄອງຂັ້ນທ້ອງຖີນ ເພື່ອລົງສຳຫຼວດກວດກາບັນດາຄອງຊົນລະປະທານທົ່ວເມືອງ ໂດຍຜ່ານການຕິດກວດກາເຫັນວ່າສະພາບຄອງຊົນລະປະທານໃນ ຈຳນວນ 13 ໂຄງການ ແມ່ນສາມາດຕອບສະໜອງນ້ຳໃຫ້ກັບພໍ່ແມ່ປະຊາຊົນທຳການຜະລິດທາງດ້ານກະສິກຳໃນຊ້ວງລະດູແລ້ງໄດ້ເປັນຢ່າງດີ, ໂດຍແນ່ໃສແຜນການຜະລິດເຂົ້ານາແຊງປະຈໍາສົກປີ 2018 ນີ້ ທົ່ວເມືອງມີເນື້ອທີ່ສູ້ຊົນທຳການຜະລິດທັງໝົດ 3.766 ເຮັກຕາ, ຄາດຄະເນສະມັດ ຕະພາບ 5,64 ໂຕນ /ເຮັກຕາ, ຄາດຄະເນຜົນຜະລິດ 21.240 ເຮັກ ທຽບໃສ່ປີຜ່ານມາແມ່ນລຸດລົງ ເນື່ອງຈາກບາງໂຄງການກໍ່ສ້າງຊົນລະປະທານທີ່ກ່ຽວຂ້ອງບໍ່ໄດ້ມາດຕະຖານມີໂຄງປະກອບສ້າງດ້ວຍດີນບໍ່ທົນທານຕໍ່ສະພາບແວດລ້ອມ ດັ່ງນັ້ນ, ຈຶ່ງເປ້ເພເສຍຫາຍ ແລ້ວບໍ່ສາມາດຕອບສະໜອງໃຫ້ແກ່ການຜະລິດໄດ້, ນອກຈາກເນື້ອທີ່ການປູກເຂົ້ານາແຊງແລ້ວ ຍັງມີເນື້ອທີ່ການປູກພຶດໃນລະດູແລ້ງໂດຍອິງຕາມແຜນການສູຊົນທົ່ວເມືອງມີເນື້ອທີ່ການປູກພຶດ 2.835 ເຮັກຕາ ໃນນີ້, ເນື້ອທີ່ການປູກໃນຊົນລະປະທານມີ 175 ເຮັກຕາ, ນອກຊົນລະປະທານ 2.660 ເຮັກຕາ ເປັນເປົ້າໝາຍສູ້ຊົນຈັດຕັ້ງປະຕິບັດໃຫ້ເກີດເປັນຮູບປະທຳ.
ຂ່າວຈາກທີມຂ່າວຫ້ອງການ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ