ໃນວັນທີ 3 ພະຈິກ 2017 ນີ້ ຢູ່ທີ່ບ້ານເຕົ້າ, ເມືອງຊຳໃຕ້, ແຂວງຫົວພັນ ໄດ້ຈັດໃຫ້ມີພິທີສະເຫຼີມສະຫຼອງ 3 ວັນ ກະສິກຳແຫ່ງຊາດ ເປັນຕົ້ນ: ວັນປ່ອຍນ້ຳເຂົ້າຊົນລະປະທານ (ວັນທີ 3 ພະຈິກ), ວັນສັກຢາວັກຊີນປ້ອງກັນພະຍາດສັດ (ວັນທີ 11 ພະຈິກ) ແລະ ວັນປູກພືດລະດູແລ້ງ (ວັນທີ 15 ພະຈິກ) ຂື້ນຢ່າງເປັນທາງການ. ໂດຍໃຫ້ເຂົ້າຮ່ວມຂອງບັນດາທ່ານ ການນໍາຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ມີການນຳເມືອງຊຳໃຕ້, ມີຫົວໜ້າ, ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ໃນ 6 ເມືອງ ຂອງແຂວງຫົວພັນ, ຕະຫຼອດຮອດອໍານາດການປົກຄອງກຸ່ມບ້ານ ແລະ ບ້ານເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີຄັ້ງນີ້, ທ່ານ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ໄດ້ໃຫ້ກຽດຂື້ນມີຄຳເຫັນ ຕໍ່ພິທີ, ເຊີ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງສາມວັນກະສິກຳຂອງຊາດເພື່ອເປັນການປູກຈິດສຳນືກໃຫ້ຊາວກະກອນຢູ່ເມືອງຊຳໃຕ້ ເວົ້າລວມ, ເວົ້າສະເພາະສອງບ້ານ: ບ້ານເຕົ້າ ແລະ ບ້ານພຽງຄູນ ທີ່ໄດ້ຈັດຕັ້ງປະຕິບັດໃນປີນີ້, ຫຼັງຈາກສໍາເລັດການເຮັດນາປີແລ້ວປະຊາຊົນຕ້ອງໄດ້ເອົາໃຈໃສໃນການປູກຝັງ, ລ້ຽງສັດເພື່ອເປັນການສ້າງລາຍຮັບເຂົ້າຄອບຄົວ, ເຮັດໃຫ້ຊີວິດການເປັນຢູນັບມື້ດີຂື້ນ ແລະ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2020.
ທົ່ວເມືອງຊຳໃຕ້ ມີ 91 ບ້ານ, ມີພົນລະເມືອງທັງໝົດ 38 ພັນ 859 ຄົນ, ຍິງ 19 ພັນ 64 ຄົນ, ມີ 6 ພັນກ່ວາຄອບຄົວ, ມີເນື້ອທີ່ນາ 1 ພັນກວ່າເຮັກຕາ, ໄຮ່ 2 ພັນກວ່າເຮັກຕາ, ມີສັດລ້ຽງປະເພດງົວ-ຄວາຍ ທັງໝົດ19 ພັນກ່ວາໂຕ, ໝູ ແລະ ແບ້ 22 ພັນໂຕ, ສັກປີກ 1 ແສນ 20 ພັນກວ່າໂຕ, ໃນນີ້ບ້ານເຕົ້າ ແລະ ບ້ານພຽງຄູນ ແມ່ນມີພົນລະເມືອງ 1 ພັນ 283 ຄົນ, ຍິງ 676 ຄົນ,ມີ 230 ຄອບຄົວ, ມີເນື້ອທີນາ 76 ເຮັກຕາ, ໄຮ່ 75 ເຮັກຕາ, ເນື້ອທີ່ສວນ 40 ເຮັກຕາ, ມີສັດລ້ຽງປະເພດງົວ 498 ໂຕ, ຄວາຍ 377 ໂຕ, ໝູ 500 ໂຕ. ແບ້ 60 ໂຕ, ສັກປີກ 1 ພັນ 800ໂຕ,
ໃນຕອນທ້າຍພິທີຄະນະປະທານ, ລວມທັງແຂກ, ແລະ ປະຊາຊົນຍັງໄດ້ພ້ອມກັນສັກຢາວັກຊີນປ້ອງກັນພະຍາດສັດ,ປູກພືດລະດູແລ້ງ ແລະ ປ່ອຍນໍ້າເຂົ້າຊົນລະປະທານ. ນອກນີ້, ຍັງປະຊາຊົນຍັງຈະໄດ້ສຶບຕໍ່ປູກພືດລະດູແລ້ງ ໃຫ້ຫຼາຍກາຍເປັນສິນຄ້າ, ສັກຢາກັນພະຍາດສັດໃຫ້ຄົບຖ້ວນ.
Editor: ກຳປານາດ ລັດຖະເຮົ້າ