ສະຖານທູດຈີນ ປະຈໍາ ສປປ ລາວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ຮ່ວມກັນເປັນເຈົ້າພາບ, ແລະ ຮ່ວມຈັດໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ແລະ ກົມຮູບເງົາກະຊວງຖະແຫລງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວລາວ ໄດ້ຈັດ ພິທີສາຍຮູບເງົາ ຮອບທຳອິດ (ຮອບສື່ມວນຊົນ) ຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 5 ພະຈິກ 2017 ນີ້, ເຂົ້າຮ່ວມໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ, ທ່ານ ຫວາງເວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ບັນດາຫົວໜ້າກົມ, ໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ນັກຮ້ອງ-ນັກສະແດງທີ່ມີຊື່ສຽງຂອງປະເທດລາວ, ຜູ້ຕາງໜ້າມາຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫວາງເວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ, ການພົວພັນລະຫວ່າງສອງປະເທດສໍາຄັນຢູ່ນຳປະຊາຊົນທີ່ມີຄວາມສະໜິດສະໜົມກັນ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. “ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ” ໃນຄັ້ງນີ້ເປັນກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງສອງປະເທດ ທີ່ມີຄວາມໝາຍສໍາຄັນ ແລະ ເຊື່ອໝັ້ນວ່າ, ເທດສະການຄັ້ງນີ້ ສາມາດເຮັດໃຫ້ການແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ຈີນ ແລະ ລາວ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.
ພາຍໃນງານ ຍັງໄດ້ມີການມອບລາງວັນໃຫ້ຜູ້ຊະນະເລີດຂອງງານປະກວດນັກພາກຮູບເງົາ, ຜູ້ທີ່ໄດ້ຮ່ວມພາກສຽງກັບຜູ້ຊ່ຽວຊານ ແລະ ສິລະປິນຊື່ດັງຂອງປະເທດລາວ ໃນຮູບເງົາ 2 ເລື່ອງ ຄື: ໝາປ່າພະຈົນໄພ ແລະ ມະເຮັງ...ຂອງຂວັນວັນເກີດ ຄົບຮອບ 29 ປີ
ຫລັງຈາກສາຍຮອບປະຖົມມະເລີກແລ້ວ, ຮູບເງົາທັງ 2 ເລື່ອງນີ້, ຈະສືບຕໍ່ສາຍຢູ່ໂຮງຮູບເງົາ ຊັ້ນ 4 ສູນການຄ້າວຽງຈັນເຊັນເຕີ ເປັນເວລາ 4 ມື້ ແຕ່່ວັນທີ 8 -11 ພະຈິກນີ້, ເວລາ 19:00-21:00 ໂດຍບໍ່ເສຍຄ່າ.
“ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ”ໃນຄັ້ງນີ້ ຈະນໍາເອົາຮູບເງົາດີເດັ່ນຈີນ 2 ເລື່ອງຄື: ໝາປ່າພະຈົນໄພ ແລະ ມະເຮັງ...ຂອງຂວັນວັນເກີດຄົບຮອບ 29 ປີ ສາຍຢູ່ນະຄອນຫລວງວຽງຈັນ ແລະ ອີກ 7 ແຂວງ ຄື: ແຂວງຊ່ຽງຂວາງ, ຫລວງພະບາງ, ອຸດົມໄຊ, ຫລວງນ້ຳທາ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ໃນເດືອນພະຈິກຫາເດືອນທັນວາ2017 ນີ້, ເພື່ອໃຫ້ປະຊາຊົນທົ່ວປະເທດລາວ ໄດ້ຮັບຊົມຮູບເງົາທັງ 2 ເລື່ອງນີ້ເຊັ່ນກັນ.
Editor: ກຳປານາດ ລັດຖະເຮົ້າ