ຕອນແລງຂອງວັນທີ່ 30 ຕຸລາ 2017 ນີ້ ຢູ່ທີ່ຫ້ອງການສາທາລະນະສຸກ, ເມືອງຕົ້ນເຜິ້ງ ໄດ້ມີພິທີທຳລາຍອາຫານ ແລະ ເຄື່ອງດື່ມທີ່ໝົດອາຍຸ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊສະຖຽນ ຫຼຽນສັກ, ຮອງເຈົ້າເມືອງໆຕົ້ນເຜິ້ງ, ທ່ານ ອິນປອນ ແກ້ວດາວົງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມມີບັນດາຫົວ ໜ້າຫ້ອງການ-ຮອງຫ້ອງການ ທີມງານອາຫານ ແລະ ຢາຂັ້ນເມືອງ ຕະຫຼອດຮອດພະນັກງານສາທາເຂົ້້າຮ່ວມ.
ໃນພິທີ ທ່ານນາງ ສົມເພັດ ສະທິມົງຄຸນ ຮອງຫົວໜ້າໜ່ວຍງານອາຫານ ແລະ ຢາ ໄດ້ລາຍງານຜົນການຈັດຕັ້ງປະຕິບັດການລົງກວດກາໂຮງງານຜະລິດອາຫານ, ເຄື່ອງດື່ມ, ນ້ຳກ້ອນ, ຕະຫຼາດ ແລະ ຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍໃນທົ່ວເມືອງ ຜ່ານການຈັດຕັ້ງປະຕິບັດມາແຕ່ວັນທີ່ 24-27 ຕຸລາ ຜ່ານມານີ້ ແມ່ນໄດ້ລົງກວດທັງໝົດ 93 ຮ້ານ, ພົບ 59 ຮ້ານ ສາມາດຢຶດອາຫານ ແລະ ເຄື່ອງດື່ມທີ່ເສຍຄຸນ ແລະ ໝົດອາຍຸ ຈຳນວນ 63 ລາຍການ ລວມມູນຄ່າ 13 ລ້ານກວ່າກີບ. ນອກນີ້, ຍັງພົບຢາທີ່ຕ້ອງຫ້າມຈຳ ນວນ 5 ລາຍການ ມູນຄ່າ 1,400,000 ກີບ.
Editor: ເສດຖະກິດ-ການຄ້າ