ພິທີເຊັນສັນຍາໂຄງການກໍ່ສ້າງອາຄານ ທ່າດ່ານປາກຕາພານ ລະຫວ່າງ ຫ້ອງວ່າການປົກຄອງເມືອງ
ແລະ ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ກັບ ບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ. ພາຍຫຼັງສໍາເລັດການປະມູນ ໂຄງການກໍ່ສ້າງອາຄານທ່າດ່ານປາກຕາພານ ໃນວັນ 25 ຕຸລາ 2017 ຜ່ານມາ ແລະ ມາໃນທ້າຍອາທິດຜ່ານມາ ໄດ້ມີພິທີເຊັນສັນຍາ ລະຫວ່າງ ເຈົ້າຂອງໂຄງການ ແລະ ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງກັບຜູ້ຮັບໝົາໂຄງການ. ເຊິ່ງພິທີໄດ້ຈັດຂຶ້ນຢູ່ທີ່ຫ້ອງວ່າການປົກຄອງເມືອງ ລະຄອນເພັງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພູນສຸກ ຣັດຖະເຮົ້າ, ຮອງເຈົ້າເມືອງຊີ້ນໍາຂົງເຂດເສຖະກິດຂັ້ນເມືອງ, ທ່ານ ສີສຸພັນ ມະຫາວົງ, ຫົວໜ້າຫ້ອງ ວ່າປົກຄອງເມືອງ, ທ່ານ ຮອງປະທານ ບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ແລະ ວິຊາການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໃນການເຊັນສັນຍາຄັ້ງນີ້ ເປັນການລົງລາຍເຊັນ ລະຫວ່າງ ທ່ານຫົວໜ້າຫ້ອງການປົກຄອງເມືອງໃນນາມເຈົ້າຂອງໂຄງການ, ທ່ານ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ທ່ານ ຫົວໜ້າຫ້ອງການໆ ເງິນເມືອງ ໃນນາມຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ກັບ ທ່ານຮອງປະທານ ບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ ໃນນາມຜູ້ຮັບເໝົາໂຄງ ໂດຍຊ່ອງໜ້າທ່ານ ພູນສຸກ ຣັດຖະເຮົ້າ ຮອງເຈົ້າເມືອງໆ ລະຄອນເພັງ ແລະ ວິ ຊາການກ່ຽວຂອງທັງສອງຝ່າຍ. ມີໄລຍະເວລາປະຕິບັດໂຄງການແມ່ນ 2 ປີ (ເລີ່ມແຕ່ວັນ 7/11/2017-7/11/2019) ໃນມູນຄ່າ 3 ຕື້ 474 ລ້ານກວ່າກີບ ໂດຍແມ່ນບໍລິສັດເປັນຜູ້ລົງທຶນກ່ອນ ສ່ວນການຊໍາລະແມ່ນ ຊໍາລະຕາມການອະນຸມັດໃນແຕ່ລະປີ ເຊິ່ງພາຍຫຼັງໄດ້ເຊັນສັນຍາແລ້ວບໍລິສັດຕ້ອງລົງມືປະຕິບັດໜ້າວຽກຂອງໂຄງການ ພາຍໃນ 15 ວັນ.
Editor: ດາວໄຊ ສີວິໄລ