ປັດຈຸບັນ ລັດຖະບານລາວ ໄດ້ເປີດກວ້າງການລົງທຶນ ໂດຍອະນຸຍາດໃຫ້ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນໃສ່ ການພັດທະນາແຮ່ທາດ, ມາຮອດປັດຈຸບັນ ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ທັງໝົດ 229 ກວ່າບໍລິສັດ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ປັດຈຸບັນ ມີນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຂຸດຄົ້ນແຮ່ທາດຕ່າງໆ ໃນ ສປປ ລາວ ຫລາຍກວ່າ 229 ບໍລິສັດ. ໃນນັ້ນ ນຳເນີນການຊອກຄົ້ນ, ສຳຫລວດ ມີ 96 ບໍລິສັດ, ສຶກສາຄວາມເປັນໄປໄດ້ທາງດ້ານ ເສດຖະກິດ-ເຕັກນິກ ມີ 52 ບໍລິສັດ, ຂຸດຄົ້ນ ແລະ ຜະລິດ ມີ 81 ບໍລິສັດ, ເຊິ່ງແຮ່ທາດທີ່ເຂົ້າສູ່ການຂຸດຄົ້ນ, ຜະລິດ ແລະ ຈຳໜ່າຍ ມີ: ແຮ່ຄຳ, ເງິນ, ທອງ, ເຫລັກ, ກົ່ວ, ຊືນ, ສັງກະສີ, ອັງຕີມອນ, ຖ່ານຫີນ, ບາຣິດ, ຫີນກາວ, ຫີນປູນ, ບົກຊິດ, ເກືອໂປຕາສ, ເກືອກິນ, ດິນໜຽວ ແລະ ໂບຣມ. ນອກນັ້ນ, ທ້ອງຖິ່ນອອກອະນຸຍາດໃຫ້ຂຸດຄົ້ນ ແລະ ຜະລິດແຮ່ທາດ ຂະໜາດນ້ອຍ ມີຈຳນວນ 443 ບໍລິສັດ ດໍາເນີນການຂຸດຄົ້ນ 21 ປະເພດແຮ່ທາດ.
ທ່ານ ຄຳມະນີ ອິນທິລາດ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 10 ປີ ຜ່ານມາ (2005-2015) ບັນດາບໍລິສັດ ສາມາດປະຕິບັດພັນທະ ທາງດ້ານການເງິນ ໄດ້ປະມານ 1.89 ຕື້ໂດລາສະຫະລັດ, ພົ້ນເດັ່ນແມ່ນ ປີ 2011 ໄດ້ 292 ລ້ານໂດລາສະຫະລັດ, ປີ 2012 ໄດ້ 293,6 ລ້ານໂດລາສະຫະລັດ, ປີ 2015-2016 ສາມາດປະຕິບັດໄດ້ 136.197.187 ໂດລາສະຫະລັດ, ໃນປີ 2016-2017 ຄາດຄະເນລາຍຮັບຈະຫລຸດລົງ, ຍ້ອນວ່າ 2 ໂຄງການໃຫຍ່ ຄື: ໂຄງການ ຄຳ-ທອງເຊໂປນ ແລະ ໂຄງການ ຄຳ-ທອງພູເບ້ຍ) ເຂົ້າສູ່ໄລຍະທ້າຍ ຂອງການຂຸດຄົ້ນ ແລະ ເຂົ້າສູ່ການປິດບໍ່ແຮ່ ໃນລະຫວ່າງປີ 2020-2021.
Editor: ຂ່າວສານປະເທດລາວ