ພິທີທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າຫ້າມຈໍາໜ່າຍ ຢູ່ເມືອງ ລະຄອນເພັງ ແຂວງສາລະວັນ ໄດ້ຈັດຂຶ້ນ ໃນເມື່ອບໍ່ດົນນີ້ ຢູ່ທີ່ເດີ່ນຂ້າງຕະລາດເທສະບານເມືອງ ລະຄອນເພັງ ເຂົ້າຮ່ວມເປັນສັກຂີພະຍານມີທ່ານ ພູນສຸກ ຣັດຖະເຮົ້າ, ຮອງເຈົ້າເມືອງ ຜູ້ຊີ້ ນໍາຂົງເຂດເສດຖະກິດຂັ້ນເມືອງ, ທ່ານ ຄໍາໄພ ວົງຫາເທບ, ຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ, ທ່ານ ສຸລິໃສ ແກ້ວທິດາ ຮັກສາການຫົວໜ້າຂະແໜງ ການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສາລະວັນ ພ້ອມດ້ວຍວິຊາການກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.
ສໍາລັບ ສິນຄ້າເຊື່ອມຄຸນນະພາບ, ສິນຄ້າໝົດອາຍຸ, ສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າປົນເປື້ອນ ແລະ ສິນຄ້າຫ້າມຈໍາໜ່າຍ ທີ່ນໍາມາທໍາລາຍໃນຄັ້ງນີ້ ລວມມີ 54 ລາຍການ ລວມມູນຄ່າ 19 ລ້ານກວ່າກີບໃນນີ້ ປະເພດອາຫານ ແລະ ເຄື່ອງດື່ມ 28 ລາຍການມູນຄ່າ 10 ລ້ານກວ່າກີບ, ປະເພດຢາສູບ ແລະ ເຄື່ອງສໍາອາງ 25 ລາຍການ ມູນຄ່າ 6 ລ້ານກວ່າກີບ ແລະ ປະເພດຈັກຕັດໄມ້ 1 ລາຍການ ມູນຄ່າ 2,500,000 ກີບ.
ເຊິ່ງທັງໝົດ ແມ່ນໄດ້ຈາກການສົມທົບກັນລະຫວ່າງຫ້ອງການອຸດສະຫະກໍາ-ການຄ້າເມືອງ, ຫ້ອງການ ສາທາລະນະສຸກເມືອງ, ກອງບັນຊາການ ປກສ ເມືອງ ແລະ ເຈົ້າໜ້າທີ່ກວດກາການຄ້າແຂວງ ໃນການລົງກວດກາ ຮ້ານຂາຍຍົກ ແລະ ຂາຍຍ່ອຍທົ່ວເມືອງ ລະຄອນເພັງ ໃນຄັ້ງວັນທີ 13-14 ກັນຍາ 2017 ທີ່ຜ່ານມາ.
Editor: ດາວໄຊ ສີວິໄລ