ຫ້ອງການອຸດສາຫະກຳ-ການຄ້າເມືອງຕຸ້ມລານ ແຂວງ ສາລະວັນ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ ລວມມີ 12 ລາຍການ. ເຊິ່ງຍຶດມາໄດ້ຈາກຜູ້ຄ້າຂາຍຈຳນວນ 5 ຮ້ານ, ປະກອບມີສິນຄ້າປະເພດ: ເຄື່ອງດື່ມ, ອາຫານ, ເຂົ້າໜົມ, ເຄື່ອງສຳອາງ ແລະ ອຶ່ນໆ ລວມມູນຄ່າ 1 ລ້ານກວ່າກີບ ສໍາລັບການທໍາລາຍສິນຄ້າຄັ້ງນີ້, ແມ່ນໄດ້ທໍາລາຍດ້ວຍການຈູດ ຢູ່ເດີ່ນໂຮງໝໍເມືອງຕຸ້ມລ້ານ, ເຂົ້າຮ່ວມຂອງທ່ານ ບົວຈັນ ແສນເມືອງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ຕຸ້ມລານ ຜູ້ຊີ້ນຳວຽກງານເສດຖະກິດເມືອງ, ທ່ານ ຄຳຜ່ານ ສີລາວີ ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ສາລະວັນ, ມີແຂກຖືກເຊີນ, ບັນດາຄະນະກຳມະການກວດກາຄຸນະພາບສິນຄ້າພາຍໃນເມືອງທີ່ຖືກແຕ່ງຕັ້ງສະເພາະກິດ ແລະ ພະນັກງານວິຊາການຫ້ອງການເຂົ້າຮ່ວມ.
ທັງນີ້ ເພື່ອປຸກຈິດສໍານຶກໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ປະກອບການທຸລະກິດຄ້າ-ຂາຍ ຕໍ່ການເຄົາລົບລະບຽບກົດໝາຍ ເພື່ອແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃຫ້ເປັນໄປຕາມເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ ສົ່ງເສີມການຜະລິດສິນຄ້າ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ຢູ່ໃນທົ່ວເມືອງ.
Editor: ດາວໄຊ ສີວິໄລ