ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ຮ່ວມກັບ ຫ້ອງວ່າການເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເປີດກອງປະຊຸມ ເຜີຍແຜ່ ດຳລັດເລກທີ 474/ນຍ ແລະ ຂໍ້ກຳນົດວ່າດ້ວຍການນຳເຂົ້າ ແລະ ຈຳຫນ່າຍອາຍແກັສຫຸງຕົ້ມ ຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 1 ພະຈິກ 2017, ໂດຍເປັນກຽດເຂົ້າຮ່ວມ ທ່ານ ພູວຽງ ເພຍເທບ, ຮອງເຈົ້າເມືອງນາຊາຍທອງ ຜູ້ຊີ້ນຳວຽກເສດຖະກິດ, ທ່ານ ສູນທອນ ຈັນທິຣາດ ຮອງຫົວຫນ້າກົມການຄ້າພາຍໃນ, ທ່ານ ສົມປະສົງ ສະຫງວນວົງ, ຮອງຫົວຫນ້າພະແນກ ອຸດສາຫະກຳ - ການຄ້າ ນະຄອນຫລວງ, ທ່ານ ພອນທິບ ຍົກໄຊຍະຄຳ, ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ, ມີພະນັກງານ-ລັດຖະກອນ ພາຍໃນຫ້ອງການ-ການຄ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອໃຫ້ນຳໄປຄົ້ນຄວ້າຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.
ທ່ານ ພອນທິບ ຍົກໄຊຍະຄຳ, ຫົວຫນ້າຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງນາຊາຍທອງ ໄດ້ໃຫ້ຮູ້ວ່າ: ການເຜີຍແຜ່ເອກະສານດັ່ງກ່າວ, ມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ເຊິ່ງຜູ້ເຂົ້າຮ່ວມຈະໄດ້ເຊື່ອມຊຶມ, ນຳໄປຄົ້ນຄວ້າ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຜີຍແຜ່ຕໍ່ກົມກອງ, ສຳນັກງານ, ບໍລິສັດ, ຫ້າງຮ້ານ ແລະ ວິສາຫະກິດຂອງຕົນ ຢ່າງມີປະສິດທິຜົນ, ເນື່ອງຈາກວ່າດຳລັດດັ່ງກ່າວ, ແມ່ນມີຄວາມສຳຄັນຍິ່ງ ໃນການກວດກາ ແລະ ຄຸ້ມຄອງຂອງເຈົ້າໜ້າທີ່ລັດ.
ທ່ານ ນັນຕາ ຊານຸວົງ ວິຊາການ ຈາກກົມການຄ້າພາຍໃນ ກ່າວວ່າ: ດໍາລັດວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງລາຄາ ແນໃສ່ຮັກສາສະຖຽນລະພາບ ດ້ານລາຄາ, ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ ເພື່ອບໍ່ໃຫ້ເກີດການສວຍໃຊ້ໂອກາດກຳນົດລາຄາ ໂດຍລຳພັງໃຈ ແລະ ທັງເປັນການຕ້ອນຮັບ ປີທ່ອງທ່ຽວລາວ 2018 ອີກດ້ວຍ.
ດຳລັດດັ່ງກ່າວ, ຍັງກຳນົດຂໍ້ຫ້າມ ສຳລັບຜູ້ປະກອບການ ບໍ່ໃຫ້ກະທຳການໃດໆໂດຍເຈດຕະນາ ເຊິ່ງເຮັດໃຫ້ສິນຄ້າຕ່ຳ ຫລື ສູງເກີນຄວນ, ກັກຕຸນສິນຄ້າ, ເກັບມ້ຽນສິນຄ້າ ໄວ້ໃນຄັງແຮສຳຮອງອື່ນໆ, ຫ້າມນຳເອົາສິນຄ້າ ທີ່ນອນຢູ່ໃນລາຍການຄວບຄຸມລາຄາ ທີ່ມີໄວນັ້ນອອກຈຳໜ່າຍ, ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລາຄາ ໂດຍບໍ່ມີເຫດຜົນ ໃນເມື່ອມີຄຳສັ່ງ ຈາກອົງການຄຸ້ມຄອງລາຄາ ແລະ ຖ້າຫາກຜູ້ປະກອບການ ໄດ້ລະເມີດຕໍ່ດຳລັດສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ່, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫລື ຖືກລົງໂທດທາງອາຍາ ຕາມແຕ່ກໍລະນີ ໜັກ ຫລື ເບົາ.
Editor: ຕະວັນ ແສງສະຫວັນ