ເມື່ອບໍ່ດົນມານີ້, ຢູ່ທີ່ສະມາຄົມກາເຟ ແຂວງຈໍາປາສັກ ໄດ້ຈັດຖະແຫລງຂ່າວ ກຽມຈັດງານບຸນມະໂຫລານກາເຟລາວ ຄັ້ງທີ 2 ປະຈໍາປີ 2017 ໂດຍການເປັນປະທານ ຂອງ ທ່ານນາງ ບຸນເຮືອງ ລິດດັງ ປະທານສະມາຄົມກາເຟລາວ, ພ້ອມນີ້ ຍັງມີຜູ້ຕາງຫນ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ, ຜູ້ປະກອບການກະເຟ, ສະມາຄົມຜູ້ຜະລິດກາເຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ,
ໃນພິທີ ທ່ານນາງ ບຸນເຮືອງ ລິດດັງ ໄດ້ກ່າວໃນງານຖະແຫລງຄັ້ງນີ້ວ່າ: ສະມາຄົມກາເຟລາວ ເຫັນໄດ້ເຖິງຄວາມສໍາຄັນ ໃນການຈັດງານບຸນມະໂຫລານກາເຟລາວ ຄັ້ງທີ 2 ປະຈໍາປີ 2017ເພື່ອເປັນການເອກອ້າງຄຸນລັກສະນະພິເສດຂອງກາເຟລາວ ໄປສູ່ຈອກຂອງຜູ້ບໍລິໂພກໃນທົ່ວໂລກທັງເປັນການຜັນຂະຫຍາຍຍຸດທະສາດການພັດທະນາກາເຟລາວທາງດ້ານປະລິມານ ແລະ ຄຸນນະພາບເພີ່ມມູນຄ່າການສົ່ງອອກ ສ້າງເສີມລາຍໄດ້ຕ່ອງໂສ້ການຜະລິດກະສິກຳ ແລະ ການຄ້າ ຫຼຸດຜ່ອນຄວາມສ່ຽງ ແລະ ພ້ອມທັງຍົກລະດັບຂິດຄວາມສາມາດ ເພື່ອໃຫ້ແຂ່ງຂັນໄດ້ ໃນລະດັບພູມມິພາກ ແລະ ສາກົນອີກດ້ວຍ.,
ງານບຸນມະໂຫລານ ກາເຟລາວ ຄັ້ງທີ 2 ປະຈໍາປີ 2017 ນີ້, ປະກອບມີຫລາຍກິດຈະກໍາທີ່ພົ້ນເດັ່ນ ແລະ ຫລາຍກິດຈະກໍາ ທີ່ຫນ້າສົນໃຈ ກວ່າ ຄັ້ງທໍາອິດ ເຊິ່ງງານບຸນມະໂຫລານກາເຟລາວ ຄັ້ງທີ 2 ຈະໄດ້ຈັດຂື້ນ ໃນກາງເດືອນທັນວາ 2017 ໃນ ລະຫວ່າງ ວັນທີ 10-12 ທັນວາ ທີ່ໂຮງແຮມແລນມາກ, ທີ່ນະຄອນຫລວງວຽງຈັນ ເຊີ່ງຄາດວ່າ ຈະມີຜູ້ເຂົ້າຮ່ວ ເປັນຈໍານວນຫລວງຫລາຍ ຈາກຫລາຍປະເທດ ແລະ ສະມາຄົມກາເຟ ນານາຊາດ ທັງພາກພື້ນ ແລະ ສາກົນ.
Editor: ກຳປານາດ ລັດຖະເຮົ້າ