ງານສຳມະນາ ກະແຈສຳຄັນຂອງຄວາມເຂົ້າໃຈຕໍ່ການປະຕິບັດກົດໝາຍບັນຊີລາວ ແລະ ການປະຕິບັດພັນທະສ່ວຍສາອາກອນ 2017-2018 ໄດ້ຈັດຂຶ້ນ ໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ສູນກາງຊາວໜຸ່ມລາວ ປະຊາຊົນ ປະຕິວັດລາວ, ມີບັນດາຜູ້ເຂົ້າຮ່ວມຈາກກະຊວງການເງິນ, ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດ,ສະມາຄົມນັກທຸລະກິດໜຸ່ມ ແລະ ບັນດາບໍລິສັດ ຜູ້ປະກອບການ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.
ທັງນີ້, ເພື່ອເປັນການອະທິບາຍເຖິງຄວາມສຳຄັນຂອງການຖືບັນຊີ ແລະ ປະຕິບັດຕໍ່ວຽກງານສ່ວຍສາອາກອນ, ໃຫ້ເຂົ້າເຖິງໂອກາດ ຫຼື ປະໂຫຍດຂອງການປະຕິບັດວຽກງານບັນຊີ ແລະ ສ່ວຍສາອາກອນຢ່າງເປັນປະຈຳ,ໃຫ້ຮູ້ເຖິງຄວາມສ່ຽງ ແລະ ຜົນສະທ້ອນຕໍ່ການທີ່ບໍ່ຖືບັນຊີ ແລະ ປະຕິບັດວຽກງານສ່ວຍສາອາກອນເປັນປະຈໍາ, ໃຫ້ຄຳແນະນຳ ແລະ ໃຫ້ວິທີການແກ້ໄຂບັນຫາຊ່ວຍຜູ້ປະກອບການ ແລະ ບໍລິສັດໃນວຽກບັນຊີ ແລະ ສ່ວຍສາອາກອນຢ່າງຖືກຕ້ອງ ແລະ ເປັນເວທີຖາມຕອບຕໍ່ບັນຫາທີ່ຄາໃຈໃຫ້ກະຈ່າງແຈ້ງຂຶ້ນແກ່ຜູ້ປະກອບການ ແລະ ບັນດາບໍລິສັດຕ່າງໆຕໍ່ວຽກງານດັ່ງກ່າວ.
ກົດໝາຍບັນຊີ ແລະ ກົດໝາຍສ່ວຍສາອາກອນທີ່ໄດ້ປັບປຸງໃໝ່ ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ໂດຍສະເພາະ ການປະຕິບັດງານຂອງເຈົ້າໜ້າທີ່ສ່ວຍສາອາກອນຢ່າງເອົາຈິງເອົາຈັງ ແລະ ປັບໃໝຕໍ່ຜູ້ລະເມີດ ທີ່ບໍ່ປະຕິບັດຕາມການແຈ້ງການຕາມດຳລັດ ແລະ ກົດໝາຍເປັນສິ່ງສຳຄັນ ແລະ ມີຜົນສະທ້ອນທີ່ບໍ່ດີຕໍ່ການດຳເນີນທຸລະກິດຢູ່ໃນ ສປປ ລາວ. ເພື່ອປົກປ້ອງ ແລະ ຮັບປະກັນສິດຜົນປະໂຫຍດຕໍ່ການດຳເນີນທຸລະກິດ ແລະ ເຂົ້າໃຈໃນຄວາມຮັບຜິດຊອບສຳລັບການບໍລິຫານວຽກງານການບັນຊີ ແລະ ສ່ວຍສາອາກອນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
Editor: ດາວໄຊ ສີວິໄລ