ເພື່ອສະເຫຼີມສະຫຼອງຜົນສຳເລັດທີ່ຍາດມາໄດ້ ໃນການສ້າງຕັ້ງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ, ດັ່ງທີ່ຮູ້ນໍາກັນແລ້ວວ່າ: ກາເຟ ເປັນພືດເສດຖະກິດໜຶ່ງ ທີ່ຕິດພັນກັບມູນເຊື້ອຂອງຊາວສວນ ມາແຕ່ດົນນານ ໂດຍສະເພາະແມ່ນເຂດພູພຽງບໍລະເວນ. ນັບແຕ່ມື້ສ້າງຕັ້ງ ສປປ ລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານຊຸກຍູ້ສົ່ງເສີມກາເຟລາວ. ດັ່ງນັ້ນ, ໃນທ້າຍເດືອນຕຸລາ 2017 ຜ່ານມານີ້, ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໄດ້ຈັດພິທີສະເຫຼີມສະຫຼອງ ການສ້າງຕັ້ງສະຫະກອນ ຄົບຮອບ 10 ປີ ໂດຍການເຂົ້າຮ່ວມ ຂອງ ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ຮອງເຈົ້າແຂວງ ແຂວງ ຈຳປາສັກ, ເຊກອງ, ສາລະວັນ ພ້ອມນີ້ມີຫ້ອງການ, ບັນດາກົມ, ພະແນກການທີ່ກ້ຽວຂ້ອງ, ກຸ່ມບໍລິສັດ ແລະ ຊາວສ່ວນເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ໄຊຍະກອນ ອ່ອນນາລີ ຜູ້ອຳນວຍການ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໄດ້ລາຍງານໃຫ້ຮູ້ວ່າ ແຕ່ປິ 2007 ໄດ້ສ້າງຕັ້ງຂື້ນ ໃນເບື່ອງຕົ້ນມີຊື່ວ່າ: ສະມາຄົມຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ເປັນອົງການຈັດຕັ້ງທີ່ເປັນຕົວແທນໃຫ້ຊາວສວນຂະໜາດນ້ອຍ ທີ່ໄດ້ຮັບທືນຊ່ວຍເຫຼືອ ຈາກກອງທືນຝຣັ່ງ ເພື່ອການພັດທະນາ ພາຍໃຕ້ການຊີ້ນຳຈາກກະຊວງກະສິກຳ ແລະ ປ່າໄມ້, ສະມາຄົມດັ່ງກ່າວ ສາມາດຜະລິດກາເຟໝາກແດງໄດ້ທັງໝົດ 49 ພັນກວ່າໂຕນ. ມາຮອດປີ 2009 ສະຫະກອນ ໄດ້ຮັບໃບຢັ້ງຢືນກາເຟ ອໍການິກ ແລະ ໃບຢັ້ງຢືນການຄ້າເປັນທຳ ແລະ ເປັນປີທຳອິດໃນການສົ່ງອອກກາເຟໄປຕ່າງປະເທດ, ມາເຖີງປະຈຸບັນນີ້ ໄດ້ມີສູນອີ້ວກາເຟ ທັງໝົດ 34 ສູນ, ເພື່ອໃຫ້ສະມາຊິກໄດ້ຮ່ວມຕົວກັນຜະລິດກາເຟ ນ້ອຍ, ກາງ ແລະ ກະເຟຄຸນນະພາບ, ໃນສົກປີ 2016-2017 ນີ້ ສາມາດຜະລິດກາເຟໝາກແດງໄດ້ທັງໝົດ 7,3 ລ້ານກວ່າໂຕນ ແລະ ສົ່ງອອກກາເຟທັງໝົດ 7,1 ລ້ານກວ່າໂຕນ, ເປັນຈຳນວນ 371 ຕູ້ຄອນເທນເນີ ໃນນັ້ນ, ມີກາເຟນ້ອຍ 5,891 ໂຕນ ແລະ ກາເຟກາງ 1,213 ໂຕນ. ໃນໄລຍະ 5 ປີຜ່ານມາ ຖ້າທຽບລາຄາກາເຟ ຂອງສະມາຊີກສະຫະກອນ ແລະ ລາຄາກາເຟ ຂາຍທົ່ວໄປໃນທ້ອງຖີ່ນ ເຫັນໄດ້ວ່າລາຄາຂອງສະມາຊີກສະຫະກອນ ສູງກ່ວາ 47%. ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສຳຄັນ ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລົດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ຍ້ອນການປະກອບສ່ວນຂອງທຸກພາກສ່ວນທີປະສານງານກັນ ແລະ ການມີສ່ວນຮ່ວມຂອງຊາວສວນໃນເຂດພູພຽງບໍລະເວນ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນ, ຄູ່ຮ່ວມພັດທະນາ, ໂດຍສະເພາະ ແມ່ນອົງການຝຣັ່ງເພື່ອການພັດທະນາ (AFD), ປະເທດຝຣັ່ງ ທີ່ໄດ້ຊ່ວຍເຫຼືອພັດທະນາກາເຟລາວ ຕັ້ງແຕ່ເລີ່ມຕົ້ນ ໃນຊຸມປີ 1990 ໂດຍຜ່ານບັນດາໂຄງການຕ່າງໆ ຂອງຂະແໜງກະສິກຳ ແລະ ປ່າໄມ້. ຕໍ່ກັບຜົນງານດັ່ງກ່າວ ກະຊວງກະສິກຳ ແລະ ປ່າໄມ້ ຈື່ງໄດ້ອອກໃບຍ້ອງຍໍໃຫ້ ສະຫະກອນ ແລະ ບໍລິສັດ ມາລົງໂກ ໃຫ້ກຽດມອບໂດຍ ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.
Editor: ກຳປານາດ ລັດຖະເຮົ້າ