ໃນວັນທີິ 30 ຕຸລາ 2017 ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີພິທີປິດບັ້ນຝືກອົບຮົມ ທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ IV ໃຫ້ພະນັກງານ-ສະມາຊິກພັກ ກະຊວງ ຮສສ ຂື້ນ,ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງສາດສະດາຈານ ສະໝຸດທອງ ສົມພານິດ ຄະນະພັກ ສະຖາບັນການເມືອງການປົກຄອງແຫ່ງຊາດ, ອາຈານຮັບເຊີນຈາກ ສະຖາບັນການເມືອງການປົກຄອງແຫ່ງຊາດ ສມປຊ ທ່າງ່ອນ, ມີບັນດາ ຄະນະພັກ, ສະມະຊິກພັກ, ແລະ ນັກຝືກອົບຮົມເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ຮັບຟັງການລາຍງານ ສະຫຼຸບ, ຕີລາຄາ ດ້ານດີ, ດ້ານອອ່ນ , ຂໍ້ຄົງຄ້າງ ແລະ ບົດຮຽນທີ່ທອດຖອນໄດ້, ຂອງບັ້ນຊຸດຝືກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ IV ໃຫ້ພະນັກງານ-ສະມະຊິກພັກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2017, ຊຸດຝືກອົບຮົມຄັ້ງນີ້ ເລີມແຕ່ ວັນທີ 28 ສິງຫາ ເຖິງ 30 ຕຸລາ 2017, ມີນັກຝືກອົບຮົມທັງໝົດ 28 ຄົນ ຈາກບັນດາກົມ, ສູນ, ສະຖາບັນ ອອ້ມຂ້າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ບົດຮຽນ ແລະ ກິດຈະກຳ ທີ່ນຳມາຝືກໃນຄັ້ງນີ້ ປະກອບມີ 5 ພາກ 39 ບົດ ຄື: ພາກປັດສະຍາ, ວິຊາເສດຖະກິດການເມືອງ, ວິຊາລັດຖິສັງຄົມນິຍົມ, ວິຊາບໍລິຫານສາດ , ວີຊາກໍ່ສ້າງພັກ , ໄປທັດສະນະສຶກສາ ແລະ ເຄື່ອນໄຫວນອກຫລັກສູນຕື່ມອີກ.
ພ້ອມດຽວກັນ, ທ່ານ ບຸນຄົງ ຫຼ້າສຸກັນ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ-ສະມະຊິກພັກ ທີ່ສໍາເລັດ ການຝຶກອົບຮົມໃນຄັ້ງນີ້ ວ່າ: ໂດຍໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການ ທາງດ້ານວຽກງານການເມືອງ ໂດຍສະເພາະແນວທາງນະໂຍບາຍຂອງ ພັກ-ລັດໃນໄລຍະໃໝ່, ເຊິ່ງແມ່ນໄລຍະທີ່ກຳລັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ X, ກໍຄື ການຈັດຕັ້ງພັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາຄວາມຮູ້ພື້ນຖານຕ່າງໆ ທີ່ໄດ້ຮັບໃນຄັ້ງນີ້, ຈະຊ່ວຍໃຫ້ສຳມະນາກອນ ສາມາດນຳມາໝູນໃຊ້ເຂົ້າ ໃນວຽກງານວິຊາສະເພາະຕົວຈິງ ແລະ ນຳເອົາບົດຮຽນອັນໃໝ່ປະກອບເຂົ້າໃນການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ດີຂື້ນເລື່ອຍໆ.
Editor: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ