ຕາມການໃຫ້ສໍາພາດຂອງ ທ່ານ ສົມສັກ ພິມມະຈັກ ຫົວໜ້າໜ່ວຍງານປູກຝັງ, ຫ້ອງການກະສີກໍາ-ປ່າໄມ້ເມືອງເຊໂປນ ໃຫ້ຮູ້ໃນທ້າຍເດືອນຕຸລາ 2017 ນີ້ວ່າ: ການລົງມືເກັບກ່ຽວມ້ຽນມັດເຂົ້ານາປີ ຂອງພໍ່ແມ່ປະຊາຊົນຊາວນາຊາວກະສີກອນ ພາຍໃນເມືອງເຊໂປນ ແມ່ນໄດ້ດໍາເນີນໄປຢ່າງຂຸ້ນຂ້ຽວ ແລະ ເປັນຂະບວນການອັນກ້ວາງຂວາງ ເພື່ອໃຫ້ທ່ວງທັນກັບລະດູການເກັບກ່ຽວ ເພື່ອຮັບປະກັນການຕົກເຮ່ຍເສຍຫາຍ, ເຊີ່ງມາຮອດປະຈຸບັນຊາວນາຊາວກະສີກອນໃນທ້ອງຖິ່ນ ທົ່ວເມືອງເຊໂປນ ແມ່ນສາມາດເກັບກ່ຽວມ້ຽນມັດເຂົ້ານາປີ ຂອງຕົນສໍາເລັດແລ້ວ ຫລາຍກວ່າ 50%ຂອງເນື້ອທີ່ປັກດໍາຕົວຈິ່ງ ໃນ 3,500 ເຮັກຕາ, ສະເລ່ຍສະມັດຕະພາບ 3,7ໂຕນ/ເຮັກຕາ, ຄາດວ່າການເກັບກ່ຽວມ້ຽນມັດເຂົ້ານາປີຂອງຊາວນາຊາວກະສີກອນທົ່ວເມືອງເຊໂປນ ຄັ້ງນີ້ ຈະໃຫ້ສໍາເລັດໃນທ້າຍເດືອນພະຈີກ 2017 ນີ້ 100%, ໄປຄຽງຄູ່ກັບການເກັບກ່ຽວມ້ຽນມັດເຂົ້ານາປີແລ້ວ,ປະຊາຊົນຍັງໄດ້ເອົາໃຈໃສ່ກະກຽມຕົກກ້າຜະລິດເຂົ້ານາແຊງຕາມແຜນໃນປີນີ້ແມ່ນ 300 ເຮັກຕາ,ເລັ່ງໃສບ່ອນທີ່ມີເງືອນໄຂພຽງພໍ ໂດຍສະເພາະມີຊົນລະປະທານ, ນໍ້າຫວ້ຍ,ນໍ້ າໜອງໂດຍສະເພາະແມ່ນເຂດລະໂກ, ບ້ານໂພໄຊ, ບ້ານຫ້ວຍສານ, ບ້ານສະໜູນ,ເຂດຜາບັງ ແລະ ປູກພຶດລະດູແລ້ງຕື່ມອີກມາຮອດປະຈຸບັນສາມາດປູກພຶດໄດ້ແລ້ວ 350 ເຮັກຕາເທົ່າ 50% ຂອງເນື້ອທີ່ແຜນການປູກພຶດຕົວຈິງ ໃນຈໍານວນ 700 ເຮັກຕາ, ໃນນີ້ແມ່ນເລັ່ງໃສ່ພຶດໄລຍະສັ້ນສາລີ, ໝາກຖົ່ວ, ໝາກເຜັດ,ໝາກເຂືອ, ໝາກແຕງ, ໝາກໂມ, ມັນເພົາ, ມັນດ້າງ ແລະ ພຶດຜັກຕ່າງໆ.
Editor: ກຳປານາດ ລັດຖະເຮົ້າ