ການພັດທະນາເສດຖະກິດຂອງ ແຂວງອຸດົມໄຊ ໃນໄລຍະສົກປີ 2015–2016 ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຍ້ອນຄະນະພັກ, ຄະນະນຳຂອງແຂວງ ເອົາໃຈໃສ່ໃນການຊີ້ນຳ-ນຳພາ ແລະ ເຮັດໃຫ້ຕົວເລກເສດຖະກິດ ຂະຫຍາຍຕົວຢູ່ໃນລະດັບ 7.5%.
ອີງຕາມຂໍ້ມູນຕົວຈິງຂອງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ສົກປີ 2015–2016 ຂອງແຂວງອຸດົມໄຊ ເຫັນວ່າເສດຖະກິດຂະຫຍາຍຕົວຢູ່ໃນລະດັບໜຶ່ງ ເຊິ່ງລວມຍອດຜະລິດຕະພັນພາຍໃນ ( GDP ) ໄດ້ 3,500 ກວ່າຕື້ກີບ ຫຼື ເທົ່າກັບ 436 ກວ່າລ້ານໂດລາສະຫະລັດ ສະເລ່ຍຕໍ່ຫົວຄົນໄດ້ 11,315,700 ກີບ ຫຼື ເທົ່າກັບ 1,397 ໂດລາສະຫະລັດຕໍ່ຄົນຕໍ່ປີ ໂດຍລວມຖືວ່າປະຕິບັດໄດ້ລື່ນແຜນ 1.38%. ໃນນັ້ນ, ແຕ່ລະຂະແໜງກໍ່ໄດ້ມີການພັດທະນາ ແລະ ຂະຫຍາຍຕົວເພີ່ມຂຶ້ນ ເປັນຕົ້ນແມ່ນຂະແໜງກະສິກຳ– ປ່າໄມ້ ເພີ່ມຂຶ້ນ 5.30% ກວມ 41.32% ຂອງ GDP, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 3.97 % ກວມ 33.56% ຂອງ GDP, ຂະແໜງບໍລິການເພີ່ມຂຶ້ນ 14.23% ກວມ 23.20% ຂອງ GDP ແລະ ຂະແໜງພາສີອາກອນ, ຜະລິດຕະພັນ ແລະ ຂາເຂົ້າ ເພີ່ມຂຶ້ນ 10% ກວມເອົາ 1.92% ຂອງ GDP.
ສະຫຼຸບລວມຕົວເລກຂອງການເຕີບໂຕ ແລະ ຂະຫຍາຍຕົວຂອງເສດຖະກິດ ແຂວງອຸດົມໄຊ ໃນສົກປີ 2015–2016 ແລ້ວ ເຫັນວ່າຢູ່ໃນລະດັບ 7.5% ຖືວ່າຢູ່ໃນລະດັບທີ່ແຂວງໄດ້ກຳນົດໄວ້ ແຕ່ທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ – ສັງຄົມ ຕົວຈິງແລ້ວເຫັນວ່າ ຍັງຕ້ອງໄດ້ເອົາໃຈໃສ່ໃນການສືບຕໍ່ຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານແຕ່ລະດ້ານຢ່າງເອົາຈິງເອົາຈັງກວ່າເກົ່າ.
ດັ່ງນັ້ນ, ທາງແຂວງອຸດົມໄຊ ຈຶ່ງໄດ້ວາງທິດທາງແຜນການ ໃນສົກປີ 2017 ນີ້ ກໍ່ຄື ກຳນົດຄາດໝາຍສູ້ຊົນ ໃນການພັດທະນາດ້ານເສດຖະກິດມະຫາພາກ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຕ້ອງເພີ່ມຂຶ້ນບໍ່ໃຫ້ຫຼຸດ 8%.
Editor: ເສດຖະກິດ-ການຄ້າ