ໃນວັນທີ 1 ພະຈິກ 2017 ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ຄະນະວິສະວະກໍສາດ ມະຫາວິທະຍາໄລແຫ່ງຊາດ ລາວ ແລະ ມະຫາວິທະຍາໄລ siegen ປະເທດເຢຍລະມັນ ໄດ້ຈັດງານສໍາມະນາ ພາຍໃຕ້ຫົວຂໍ້: ອຸດສາຫະກໍາ 4.0 ພາຍໃຕ້ການສິດສອນ ແລະ ຄົ້ນຄວ້າຕິດແທດກັບພາກປະຕິບັດ, ຊຶ່ງງານສໍາມະນາຄັ້ງນີ້ ໄດ້ມີຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ ມາໃຫ້ຄວາມຮູ້ເຊັ່ນ: ບໍລິສັດ calat ປະເທດລາວ, ມະຫາວິທະຍາໄລ siegen ແຫ່ງປະເທດເຢຍລະມັນ, ມະຫາວິທະຍາໄລ ແມ່ຟ້າຫຼວງ ຈັງຫວັດຊຽງໃຫມ່ ປະເທດໄທ, ບໍລິດສັດ contec ປະເທດສິງກະໂປ, ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ລາວ. ແລະ ບໍລິສັດອຸດສາຫະກໍາ sie-mens ປະເທດຮອນແລນ.
ງານຄັ້ງນີ້ ເຂົ້າຮ່ວມມີ ທ່ານ ສົມຈິດ ອີນທະມິດ ຮອງລັດທະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານຍັງໄດ້ກ່າວວ່າ: ຈຸດປະສົງງານສໍາມະນາຄັ້ງນີ້ ເພື່ອເປັນການປຶກສາຫາລື, ແລກປ່ຽນປະສົບການ ແລະ ໃຫ້ຄວາມຮູ້ແກ່ພາກລັດຖະບານ, ພາກທຸລະກິດລາວ ແລະ ຄະແໜງການສຶກສາກ່ຽວກັບຄວາມຮູ້ພື້ນຖານ ອຸດສາຫະກໍາ 4.0 (Industry 4.0) ເຊິ່ງເປັນຢຸດທະສາດການພັດທະນາ ແລະ ໃຫ້ຄວາມຮູ້ດ້ານອຸດສາຫະກໍາ ແລະ ນະວັດຕະກໍາ ໃຫ້ແກ່ນັກທຸລະກິດລາວ, ພາກລັດຖະບານ ແລະ ຂະແໜງການສຶກສາ ປະຈຸບັນໄດ້ມີການນໍາໃຊ້ຍຸດທະສາດດັ່ງກ່າວນີ້ຢ່າງແຜ່ຫລາຍ ແລະ ໃນຫລາຍຂົງເຂດວຽກງານ ທັງພາຍໃນພາກພື້ນ ແລະ ສາກົນ, ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຄວາມຮູ້ ແລະ ເຂົ້າໃຈເພີ່ມຕື່ມ ກ່ຽວກັບ ອຸດສາຫະກໍາ 4.0 ໃນຍຸກປັດຈຸບັນ ແລ້ວນໍາໄປໃຊ້ໃຫ້ເກີດປະໂຫຍດ ຕໍ່ການພັດທະນາຂີດຄວາມສາມາດ ໃນການແຂ່ງຂັນທຸລະກິດຂອງຕົນ ໃນຍຸກປັດຈຸບັນ ແລະ ໃນອະນາຄົດຂ້າງຫນ້າ.
Editor: ກຳປານາດ ລັດຖະເຮົ້າ