ໃນອາທິດຜ່ານມາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ວ່າ: ບັນຫາຮ້ານບັນເທີງຢູ່ໃກ້ສະຖານການສຶກສາ ແມ່ນພົວພັນຫຼາຍພາກສ່ວນ, ເຊິ່ງກະຊວງສຶກສາທິການ ແລະ ກີລາ ກໍ່ບໍ່ອາດສາມາດຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວໂດຍລໍາພັງໄດ້. ຕໍ່ກັບບັນຫານີ້, ກະຊວງສຶກສາທິການ ແລະ ກີລາ ພາຍໃຕ້ການຊີ້ນໍາຢ່າງໃກ້ສິດຕິດແທດຈາກລັດຖະບານ ກໍ່ຄືຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຂັ້ນບ້ານ ແລະ ຂັ້ນເມືອງ ໄດ້ດໍາເນີນການສໍາຫຼວດບັນດາຮ້ານບັນເທີງຕ່າງໆ ໂດຍກໍານົດເອົາມະຫາວິທະຍາໄລ ແຫ່ງຊາດ ຫຼື ມຊ (ວິທະຍາເຂດດົງໂດກ) ເປັນຈຸດທົດລອງແຫ່ງທໍາອິດ. ນັບແຕ່ເດືອນກໍລະກົດ 2017 ເປັນຕົ້ນມາ, ເຊິ່ງໄດ້ຈັດກອງປະຊຸມປຶກສາຫາລືພາຍໃຕ້ການເປັນປະທານຂອງ ທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ໂດຍມີຄະນະນໍາກະຊວງສຶກສາທິການ ແລະ ກີລາ, ມຊ, ເຈົ້າເມືອງ ພ້ອມດ້ວຍຫ້ອງການຕ່າງໆທີ່ກ່ຽວຂ້ອງອ້ອມຂ້າງເມືອງໄຊທານີ ແລະ ມີຄະນະບ້ານອ້ອມຂ້າງ 8 ບ້ານເຂົ້າຮ່ວມ.
ກອງປະຊຸມປຶກສາຫາລືດັ່ງກ່າວ, ໄດ້ເຫັນດີໃຫ້ນໍາໃຊ້ກົນໄກທີ່ມີການແຕ່ງຕັ້ງແລ້ວໃນ ມຊ, ໃນຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ສືບຕໍ່ເຮັດວຽກຮ່ວມກັບຄະນະຕິດຕາມ (ສໍານັກງານນາຍົກ ແລະ ກະຊວງສຶກສາທິການ ແລະ ກີລາ) ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກໍາຂອງລັດຖະບານ, ເຊິ່ງມີການກໍານົດມາດຕະການ ຄື: ມອບໃຫ້ນາຍບ້ານແຕ່ລະບ້ານສໍາຫຼວດຄືນຈໍານວນຮ້ານກິນດື່ມ, ຮ້ານເທັກ-ຮ້ານບາ, ຮ້ານຄາລະໂອເກະ, ຮ້ານກິນດື່ມຂາຍເຫຼົ້າ-ເບຍ, ຮ້ານພະນັນ, ຮ້ານນວດ, ຮ້ານເກມ, ຮ້ານອິນເຕີເນັດ ທີ່ນອນໃນຂອບເຂດ 500 ແມັດຫ່າງຈາກ ມຊ ລວມທັງ ຮ້ານທີ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ເປີດບໍລິການ; ຮ້ານທີ່ໃຫ້ການບໍລິການບໍ່ຖືກຕ້ອງຕາມລະບຽບກົດໝາຍມອບໃຫ້ອໍານາດການປົກຄອງບ້ານກ່າວເຕືອນ, ສຶກສາອົບຮົມ ແລະ ພິຈາລະນາຄວາມເປັນໄປໄດ້ໃນການປິດກິດຈະການດັ່ງກ່າວຕາມລະບຽບກົດໝາຍ; ສໍາລັບ ຮ້ານກິນດື່ມຂາຍເຫຼົ້າ-ເບຍທີ່ນອນໃນຂອບເຂດ 500 ແມັດ ຈາກ ມຊ ທີ່ເຫັນວ່າມີການລົງທຶນໃສ່ພື້ນຖານໂຄງລ່າງຫຼາຍ ແມ່ນສະເໜີໃຫ້ອໍານາດການປົກຄອງບ້ານຊ່ວຍສຶກສາອົບຮົມ ແລະ ເຈລະຈາຫົວໜ່ວຍທຸລະກິດ ຫຼື ຜູ້ປະກອບການໃຫ້ມີທິດຫັນປ່ຽນກິດຈະການຈາກການຂາຍເຫຼົ້າ-ເບຍໄປປະກອບກິດຈະການດ້ານອື່ນ ທີ່ມີຄວາມເໝາະສົມສອດຄ່ອງຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ລະບຽບກົດໝາຍ; ກຳລັງກະກຽມກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດພາຍໃນເດືອນຕຸລາ ແລະ ວາງຄາດໝາຍໃຫ້ສຳເລັດໃນການຈັດຕັ້ງປະຕິບັດທັງໝົດພາຍໃນເດືອນທັນວາ 2017. ຈາກນັ້ນ, ຈະມີການຖອດຖອນບົດຮຽນ ແລະ ຂະຫຍາຍໄປສູ່ສະຖານການສຶກສາອື່ນໆຕາມຂັ້ນຕອນຕໍ່ໄປ.
Editor: ຕະວັນ ແສງສະຫວັນ