ໃນບ່າຍວັນທີ 1 ພະຈິກ 2017 ນີ້, ທີ່ດ້ານຫນ້າເດີນພະທາດຫລວງວຽງຈັນ ໄດ້ມີພິທີມອບ-ຮັບ ຖຄງການສ້ອມແປງ ແລະ ປ່ຽນຖ່າຍລະບົບໄຟຟ້າ ທີ່ສວນດາວແດງ ຈາກ ບໍລິສັດ ຄໍາເສັງ ຈໍາກັດ ໃນການປະກອບກອບສ່ວນສົມທົບທຶນ ໃນການສ້ອມແປງ ແລະ ປ່ຽນຖ່າຍລະບົບໄຟຟ້າ ຄືນໃຫມ່ ລວມມີ: ຕູ້ໄຟ, ເສົາໄຟ, ດອກໄຟ, ສາຍໄຟ ແລະ ອື່ນໆ, ຕົກເປັນມູນຄ່າ 60 ລ້ານ 8 ແສນກວ່າກີບ.
ໃນພິທີມອບ-ຮັບ ຄັ້ງນີ້ ໃຫ້ກຽດຮັບໂດຍ ທ່ານ ສີຫຸນ ສິດທິລຶໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະກໍາມະການຮັບຜິດຊອບທູກພາກສ່ວນ, ແລະ ມອບໂດຍ ທ່ານ ຄໍາເສັງ ສູນດາລາ ປະທານບໍລິສັດ ຄໍາເສັງ ຈໍາກັດ, ພ້ອມດ້ວຍຄະນະ ໂດຍມີສື່ມວນຊົນ ເຊົ້າຮ່ວມ ຢ່າງພ້ອມພຽງ,
ທ່ານ ຄໍາເສັງ ສູນດາລາ ໄດ້ກ່າວລາຍງານຕໍ່ສື່ຂ່າວວ່າ: ບໍລິສັດ ຄໍາເສັງ ເປັນຜູ້ຄຸ້ມຄອງ ແລະ ບົວລະບັດຮັກສາ ສວຍໄຊເສດຖາ ແລະ ສວນດາວແດງ ນັບແຕ່ ເດືອນສິງຫາ 2015 ເຖິງ ເດືອນສິງຫາ 2018 ກໍານົດ 3 ປີ, ສຳລັບໂຄງການສ້ອມແປງ ແລະ ປັບປຸງປ່ຽນຖ່າຍລະບົບໄຟຟ້າ ເພື່ອເພີ່ມແສງສະຫວ່າງທີ່ພຽງພໍ ທີ່ບໍລິເວນສວນດາວແດງ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ນັບແຕ່ກາງເດືອນຕຸລາ ຈົນເຖິງທ້າຍເດືອນຕຸລາ ແລະ ໄດ້ສໍາເລັດໂດຍພື້ນຖານ ໃນວັນທີ 1 ພະຈິກ 2017 ແລະ ໄດ້ຈັດພິທີມອບ-ຮັບ ຢ່າງເປັນທາງການ ທີ່ດ້ານຫນ້າເດີນພະທາດຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ