ໃນ ວັນທີ 31 ຕຸລາ 2017 ຜ່ານມານີ້, ຢູ່ທີ່ໂຮງແຮມເດີແກນລີເວີຊາຍ ເມືອງວັງວຽງ. ແຂວງວຽງຈັນ. ໄດ້ມີກອງປະຊຸມຝຶກອົບຮົມ ແລະ ເຜີຍແຜ່ນິຕິກຳກ່ຽວກັບວຽກງານວິຊາສະເພາະຄັງເງິນໃຫ້ພະນັກງານຄັງເງີນແຫ່ງຊາດ 12 ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ປະຈຳປີ 2017. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານນາງ ວັນພອນ ພົມມະສອນ ຄະນະກະຊວງການເງິນ, ຫົວຫນ້າຄັງເງີນແຫ່ງຊາດ, ມີບັນດາທ່ານຫົວຫນ້າພະແນກການເງິນແຂວງ-ເມືອງສາມສ້າງແລະພະນັກງານຄັງເງີນ 12 ແຂວງຄື: ແຂວງຫົວພັນ, ແຂວງຊຽງຂວາ, ແຂວງວຽງຈັນ, ແຂວງໄຊສົມບູນ,ນະຄອນຫລວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງເຊກອງ,ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ເຂົ້າຮ່ວມ.
ທ່ານ ອຸ່ນ ພົມມະຈັນ ຫົວຫນ້າຄັງເງິນແຫ່ງຊາດປະຈຳແຂວງວຽງຈັນ ໄດ້ຂື້ນກ່າວ ຈຸດປະສົ່ງ ວ່າເພື່ອເປັນການເຜີຍແຜ່ນິຕິກໍາວຽກງານວິຊາສະເພາະຂອງຄັງເງີນ ທີ່ຖືກຮັບຮອງແລະປະກາດນຳໃຊ້ຢ່າງເປັນທາງການ, ສະເໜີທາບທາມບາງເນື້ອໃນນິຕິກໍາທີ່ຕິດພັນກັບວຽກງານຄັງເງີນແຫ່ງຊາດ ເປັນຕົ້ນແມ່ນການເຜີຍແຜ່ຂໍ້ຕົກລົງຂອງນາຍົກລັດຖະມົນຕີກະຊວງການເງິນກ່ຽວກັບການຈັດຕັ້ງ ການເຄື່ອນໄຫວຂອງຄັງເງິນແຫ່ງຊາດ ສະບັບເລກທີ 2833/ກງ ລົງວັນທີ່ 22/8/2017. ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການມອບງົບປະມານແຫ່ງລັດ ເຂົ້າບັນຊີເງີນຝາກລັດຖະບານ ຜ່ານລະບົບທະນາຄານ 3102/ກງ ລົງວັນທີ 31 /9/2017.ສະເໜີປື້ມ ຄູ່ມືບັນຊີຊອງຄັງເງິນແຫ່ງຊາດປະຈຳແຂວງ,ນະຄອນຫລວງແລະເມືອງ, ສະເໜີຮ່າງບົດແນະນຳຂອງຫົວຫນ້າຄັງເງິນແຫ່ງຊາດກ່ຽວກັບການປິດສະຫຼຸບງົບປະມານ-ບັນຊີ, ການສະຫຼຸບຂາດຕົວ ແລະການຍົກຍອດບັນຊີ.
ກອງປະຊຸມຝຶກອົບຮົມແມ່ນຈະໄດ້ດໍາເນີນ ໄປເປັນເວລາ 3 ວັນເຕັມ ນັບແຕ່ວັນທີ່ 31/10 – 2/11/2017 ຈື່ງຈະສຳເລັດການຝຶກອົບຮົມໃນຄັ້ງນີ້.
Editor: ກຳປານາດ ລັດຖະເຮົ້າ